ຫວຽດນາມ ແລະນິວຊີແລນ ສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 3 ຕື້ໂດລາສະຫະລັດ ໃນປີ 2026
ກປ.ອອນໄລ - ວັນທີ 10 ກໍລະກົດ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Winston Peters ລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 ແລະກອງປະຊຸມທີ່ກ່ຽວຂ້ອງຢູ່ Kuala Lumpur, ປະເທດ ມາເລເຊຍ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນສອງຝ່າຍ, ພິເສດແມ່ນການຢ້ຽມຢາມ ແລະພົບປະຂັ້ນສູງລະຫວ່າງສອງຝ່າຍໃນມໍ່ໆມານີ້ໄດ້ຮັບການເພີ່ມທະວີພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon (ເດືອນກຸມພາ 2025).
    |
 |
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Winston Peters ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າ ແລະແທດຈິງຂອງການພົວພັນສອງຝ່າຍ, ຊົມເຊີຍກະຊວງການຕ່າງປະເທດສອງປະເທດຈັດຕັ້ງບັນດາກິດຈະກຳທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ເຫັນດີສຸມໃສ່ເພີ່ມທະວີຜັນຂະຫຍາຍບັນດາຂໍ້ຕົກລົງ ແລະໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ, ພິເສດແມ່ນກໍ່ສ້າງໂຄງການດຳເນີນງານໄລຍະໃໝ່ຢ່າງຮີບດ່ວນ ເພື່ອແນໃສ່ຜັນຂະຫຍາຍຂອບການພົວພັນຄູ່ຮ່ວມມືໃໝ່ທີ່ໄດ້ຮັບການຍົກລະດັບ; ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ຄັ້ງທີ 3 ໃນປີ 2025 ໂດຍໄວ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ສະເໜີວ່າ ນິວຊີແລນ ເປີດກວ້າງຕະຫຼາດໃຫ້ບັນດາຜະລິດຕະພັນກະເສດຂອງກັນກວ່າອີກ, ມຸ່ງໄປເຖິງເປົ້າໝາຍຫັນລະບົບຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ, ສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ບັນລຸ 3 ຕື້ໂດລາສະຫະລັດ ໃນປີ 2026 ແລະເພີ່ມການລົງທຶນສອງສົ້ນໃຫ້ທົບສອງເທົ່າ; ສືບຕໍ່ສະຫງວນ ODA ໃຫ້ຫວຽດນາມ ແລະເພີ່ມທະວີການຮ່ວມມືດ້ານການສຶກສາ.
ທ່ານລັດຖະມົນຕີການຕ່າງປະເທດ ນິວຊີແລນ Winston Peters ຊົມເຊີຍ ຫວຽດນາມ ດໍາລົງຕໍາແໜ່ງປະເທດປະສານງານການພົວພັນ ອາຊຽນ - ນິວຊີແລນ ແລະຫວັງວ່າ ສອງຝ່າຍພ້ອມກັນຊຸກຍູ້ການພົວພັນ ອາຊຽນ - ນິວຊີແລນ ກວ່າອີກ, ມຸ່ງໄປເຖິງການສ້າງກອບຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ນິວຊີແລນ ໃນໄລຍະຈະມາເຖິງ.
ສອງຝ່າຍກໍ່ແລກປ່ຽນກ່ຽວກັບການເພີ່ມທະວີການສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນ, ໃນນັ້ນມີເລື່ອງສະໜັບສະໜູນການສະໝັກຂອງຫວຽດນາມ ເຂົ້າໃນບັນດາອົງການສຳຄັນຂອງສະຫະປະຊາຊາດ; ເພີ່ມທະວີການຮ່ວມມືຂອງນິວຊີແລນ ກັບບັນດາກົນໄກອະນຸພາກພື້ນແມ່ນ້ຳຂອງ ແລະການຮ່ວມມືຂອງຫວຽດນາມ ກັບບັນດາປະເທດເກາະປາຊີຟິກ.
ໂດຍ: ທະນາພອນ