ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບນັກການທູດຍິງຫວຽດນາມ ແລະສາກົນ
ກປ.ອອນໄລ - ຕອນບ່າຍວັນທີ 10 ກໍລະກົດ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະພັນລະຍາພົບປະກັບນັກການທູດຍິງຫວຽດນາມ ແລະສາກົນ ເນື່ອງໃນໂອກາດວັນແມ່ຍິງສາກົນໃນຂະແໜງການທູດຂອງ ສປຊ (24-6), ມຸ່ງໄປເຖິງສະເຫຼີມສະຫຼອງ 80 ປີແຫ່ງວັນຂະແໜງການທູດຫວຽດນາມ.
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ແມ່ຍິງຫວຽດນາມ ຍາມໃດກໍ່ໄດ້ຖືເປັນສໍາຄັນ ແລະນັບມື້ນັບໄດ້ອຳນວຍຄວາມສະດວກໃນທຸກວຽກງານຂອງສັງຄົມ. ທ່ານ ຟ້າມມິງຈ໊ິງ ແບ່ງປັນວ່າ ໃນຕະຫຼອດ 80 ປີຜ່ານມາ, ຫວຽດນາມ ແມ່ນປະເທດຖືກເສຍສະຫຼະ, ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ແຕ່ປະເທດທຸກຍາກ, ຫຼ້າຫຼັງ, ເພພັງຫຼັງສົງຄາມ, ດ້ວຍຄວາມມານະພະຍາຍາມບໍ່ຮູ້ອິດບໍ່ຮູ້ເມ່ືອຍ, ມາຮອດປະຈຸບັນ, ຫວຽດນາມ ໄດ້ບືນຕົວຂຶ້ນພັດທະນາຢ່າງແຂງແຮງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: VGP |
ທ່ານ ຟ້າມມິງຈິ໊ງ ກໍ່ເວົ້າວ່າ ຫວຽດນາມ ໄດ້ຕີລາຄາແມ່ນໜຶ່ງໃນ 10 ປະເທດປະຕິບັດເປົ້າໝາຍເລກ 5 ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ ແລະຊາຍ ແລະມອບສິດໃຫ້ແມ່ຍິງ ແລະເດັກນ້ອຍຍິງໃນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ຢ່າງດີທີ່ສຸດ. ປະຈຸບັນ, ອັດຕາສະມາຊິກສະພາແຫ່ງຊາດຍິງຊຸດທີ XV ຂອງຫວຽດນາມ ແມ່ນ 30%, ສູງກວ່າລະດັບປານກາງຂອງໂລກ ແລະພາກພື້ນ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດແຖວໜ້າກ່ຽວກັບອັດຕາແມ່ຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ດ້ວຍ 16%.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຖ່າຍຮູບກັບຜູ້ແທນ. ພາບ: VGP |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ປາດຖະໜາຢາກນັກການທູດຍິງ ສືບຕໍ່ອຸທິດສ່ວນໃຫ້ປະເທດ, ໃຫ້ພາລະກິດການທູດຂອງໂລກ, ສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການຮັກສາສະພາບສັນຕິພາບ, ການຮ່ວມມື ແລະພັດທະນາ, ເຊີດຊູລັດທິຫຼາຍຝ່າຍ, ຮຽກຮ້ອງຄວາມສາມັກຄີສາກົນ; ເນັ້ນໜັກເພື່ອຮັບມືກັບສະພາບການໂລກທີ່ມີການຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ, ຮຽກຮ້ອງຕ້ອງມີວິທີເຂົ້າເຖິງທົ່ວປວງຊົນ, ຮອບດ້ານ, ທົ່ວໂລກ, ກວມລວມຈຶ່ງແກ້ໄຂໄດ້; ປາດຖະໜາຢາກນັກການທູດຍິງສືບຕໍ່ປະກອບສ່ວນເຂົ້າເປົ້າໝາຍລວມຂອງ ສປຊ, ເປົ້າໝາຍຂອງແຕ່ລະປະເທດ; ໃສ່ໃຈວ່າ ກະຊວງການຕ່າງປະເທດຍາມໃດກໍ່ອຳນວຍຄວາມສະດວກໃຫ້ບັນດາອົງການທີ່ກ່ຽວຂ້ອງ, ໃນນັ້ນມີບັນດາສະຖານທູດເພື່ອໃຫ້ບັນດານັກການທູດຍິງປະຕິບັດໜ້າທີ່ດີທີ່ສຸດ, ໄດ້ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ, ເພື່ອໃຫ້ນັກການທູດຍິງປະຕິບັດໜ້າທີ່ໃຫ້ດີທີ່ສຸດ, ໄດ້ອຸທິດຈົນສຸດຄວາມສາມາດຂອງຕົນ, ສ້າງຄວາມປະທັບໃຈທີ່ດີງາມ ກ່ຽວກັບຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ອາລົມຈິດ.
ໂດຍ: ໄຊນີດາ