ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ໂງເລວັນ ຊົມເຊີຍທ່ານ Ahuja ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະຜູ້ຕາງໜ້າຂອງອົງການ FAO ປະຈຳ ຫວຽດນາມ ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການດ້ານວິຊາສະເພາະ, ທ່ານ Ahuja ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - FAO ໃຫ້ພັດທະນາຢ່າງດີງາມ.

ເນື່ອງໃນໂອກາດນີ້, ທ່ານ ໂງເລວັນ ໄດ້ຂອບໃຈ FAO ທີ່ໄດ້ຊ່ວຍເຫຼືອ 1,9 ລ້ານໂດລາສະຫະລັດ ໃຫ້ແກ່ປະຊາຊົນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi ເມື່ອເດືອນກັນຍາ ຜ່ານມາ.

leftcenterrightdel
ທ່ານ Vinod Ahuja, ຫົວໜ້າຄະນະຜູ້ຕາງໜ້າຄົນໃໝ່ຂອງ FAO ຍື່ນສານຕາຕັ້ງຕໍ່ທ່ານຮອງລັດຖະມົນຕີ ໂງເລວັນ. ພາບ: baoquocte.vn

ທ່ານຮອງລັດຖະມົນຕີ ກໍ່ໄດ້ຊົມເຊີຍການໜູນຊ່ວຍຂອງ FAO ໃນການກໍ່ສ້າງ “ການພົວພັນຄູ່ຮ່ວມມືຫັນປ່ຽນລະບົບສະບຽງອາຫານ”, ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ພັດທະນາກະສິກຳອັດສະລິຍະ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນໃນຂົງເຂດກະສິກຳ, ຊຸກຍູ້ການຮ່ວມມືໃຕ້-ໃຕ້ ແລະການຮ່ວມມືສາມຝ່າຍ. ທ່ານຮອງລັດຖະມົນຕີ ຢືນຢັນວ່າ FAO ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ.

ທ່ານຮອງລັດຖະມົນຕີ ສະເໜີໃຫ້ທ່ານ Ahuja ວ່າ, ໃນອາຍຸການປະຕິບັດງານຂອງຕົນ, ທ່ານ ຈະສືບຕໍ່ແບ່ງປັນປະສົບການ ແລະຄວາມຮູ້, ໜູນຊ່ວຍຖ່າຍທອດເຕັກໂນໂລຊີສູງ ແລະເປັນມິດກັບສິ່ງແວດລ້ອມໃນຂົງເຂດກະສິກຳ, ການຫັນປ່ຽນລະບົບສະບຽງອາຫານ, ໜູນຊ່ວຍ ຫວຽດນາມ ເຂົ້າເຖິງແຫຼ່ງການເງິນ ແລະຊຸກຍູ້ການເຂົ້າຮ່ວມຂອງຫວຽດນາມ ເຂົ້າໃນບັນດາໂຄງການກະສິກຳໃຕ້-ໃຕ້ ແລະສາມຝ່າຍ. ທ່ານຮອງລັດຖະມົນຕີ ກໍ່ຢືນຢັນວ່າ ກະຊວງການຕ່າງປະເທດຈະສົມທົບຢ່າງຕັ້ງໜ້າກັບຫ້ອງການຂອງ FAO ປະຈຳ ຫວຽດນາມ ແລະຫົວໜ້າຄະນະຜູ້ຕາງໜ້າ, ພິເສດແມ່ນໃນການຜັນຂະຫຍາຍຂອບການຮ່ວມມື ຫວຽດນາມ - FAO 2022-2026.

leftcenterrightdel
ທ່ານຮອງລັດຖະມົນຕີ ໂງເລວັນ ຢືນຢັນວ່າ FAO ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນຂົງເຂດພັດທະນາກະສິກຳສີຂຽວ. ພາບ: baoquocte.vn

ສ່ວນ ທ່ານ Vinod Ahuja ໄດ້ຕີລາຄາສູງການສະໜັບສະໜູນຢ່າງຕັ້ງໜ້າຂອງລັດຖະບານຫວຽດນາມ ຕໍ່ການເຄື່ອນໄຫວຂອງ FAO. ພ້ອມທັງຮັບຮູ້ບັນດາຂໍ້ສະເໜີຂອງຫວຽດນາມ ແລະຢືນຢັນວ່າ ບັນດາບຸລິມະສິດຂອງຫວຽດນາມ ຈະໄດ້ສ່ອງແສງໃນຂອບການຮ່ວມມື ຫວຽດນາມ - FAO 2026-2030 ຢ່າງແນ່ນອນ. ທ່ານ ຢືນຢັນຈະສົມທົບກັນຢ່າງຕັ້ງໜ້າ ເພື່ອພ້ອມກັນປະຕິບັດບຸລິມະສິດຂອງຫວຽດນາມ ໃນການພັດທະນາກະສິກຳ.

ໂດຍ: ທະນາພອນ