leftcenterrightdel
ທ່ານເອກອັກຄະລັດຖະທູດ Marc E. Knapper ກ່າວຄຳເຫັນທີ່ພິທີ. ພາບ: ແອງຫວູ

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ Marc E. Knapper ເນັ້ນໜັກວ່າ ນັບແຕ່ ຫວຽດນາມ ແລະອາເມລິກາ ສ້າງຕັ້ງການພົວພັນທາງການທູດເມື່ອປີ 1995, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືທີ່ເລີ່ມຈາກການໄກ່ເກ່ຍ ແລະເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບົບການເມືອງຂອງກັນ, ໄດ້ຊຸກຍູ້ຈາກການດໍາເນີນງານມຸ່ງເຖິງອະນາຄົດ. ທ່ານເອກອັກຄະລັດຖະທູດ Marc E. Knapper ກໍ່ສະແດງຄວາມປິຕິຊົມຊື່ນທີ່ຫວຽດນາມ ແລະອາເມລິກາ ໃນໄລຍະຈະມາເຖິງຈະຈັດຕັ້ງປະຕິບັດສັນຍາການຄ້າສະບັບໃໝ່ ເພື່ອນຳເອົາຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດ; ພ້ອມກັນນັ້ນ, ທ່ານຍັງເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະບັນລຸໄດ້ໝາກຜົນໃນອະນາຄົດ.

ກ່າວຄຳເຫັນອວຍພອນວັນຊາດອາເມລິກາ ແລະ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາ, ທ່ານລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຫງວຽນກິມເຊີນ ເຊື່ອໝັ້ນວ່າ ຜົນການຮ່ວມມືໃນໄລຍະມໍ່ໆມານີ້ຈະແມ່ນພື້ນຖານ ແລະກຳລັງແຮງຊຸກຍູ້ການພັດທະນາການພົວພັນ 2 ປະເທດ; ປາດຖະໜາວ່າ ຫວຽດນາມ ແລະອາເມລິກາ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນແຕ່ລະປະເທດ.

ໂດຍ: ໄຊນີດາ