ກອງປະຊຸມ AMM-58: ARF ຕ້ອງມີການປ່ຽນແປງໃໝ່ ເພື່ອສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ ແລະປັບຕົວຢ່າງເປັນເຈົ້າການ, ມີໄຫວພິບ
ກປ.ອອນໄລ - ເວທີປາໄສພາກພື້ນອາຊຽນຄັ້ງທີ 32 ແມ່ນກິດຈະກຳສຸດທ້າຍ, ສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.
ຕອນບ່າຍວັນທີ 11 ກໍລະກົດ, ຢູ່ Kuala Lumpur, ມາເລເຊຍ, ເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 32 ໄດ້ໄຂຂຶ້ນໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 27 ປະເທດສະມາຊິກ ARF. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ: ໃນສະພາບພູມສາດການເມືອງນັບມື້ນັບສັບສົນ, ARF ຕ້ອງມີການປ່ຽນແປງໃໝ່ ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ປັບຕົວຢ່າງເປັນເຈົ້າການ, ມີໄຫວພິບກັບການຜັນແປຕ່າງໆ. ສັນຕິພາບ ແລະຄວາມໝັ້ນຄົງຕ້ອງໄດ້ຮັບການຮັກສາໂດຍຜ່ານຄວາມມານະພະຍາຍາມ ແລະຄຳໝັ້ນສັນຍາຮ່ວມ, ຜ່ານການເຈລະຈາ, ການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະປະຕິບັດຕາມກົດໝາຍສາກົນ.
    |
 |
ບັນຍາກາດທີ່ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 32. ພາບ: ສໍານັກຂ່າວສານຫວຽດນາມ |
ປຶກສາຫາລືກ່ຽວກັບບັນຫາສາກົນ ແລະພາກພື້ນ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ມຽນມາ, ຕາເວັນອອກກາງ ແລະແຫຼມເກົາຫຼີ.
ກ່ຽວກັບທະເລຕາເວັນອອກ, ຫວຽດນາມ ຍືດໝັ້ນຫຼັກໝັ້ນໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ; ສະເໜີບັນດາຄູ່ຮ່ວມມືສະໜັບສະໜູນຫຼັກໝັ້ນ ແລະຄວາມມານະພະຍາຍາມຂອງອາຊຽນ ໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານ ບຸ່ຍແທັງເຊີນ ເນັ້ນໜັກໃຫ້ຄໍາໝັ້ນສັນຍາຈະມານະພະຍາຍາມ ເພື່ອຜັນຂະຫຍາຍປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວຢ່າງມີເນື້ອແທ້ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS ປີ 1982, ພ້ອມທັງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຈລະຈາ COC.
ເວທີປາໄສພາກພື້ນອາຊຽນ ຄັ້ງທີ 32 ແມ່ນກິດຈະກຳສຸດທ້າຍ, ສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 ແລະກອງປະຊຸມທີ່ກ່ຽວຂ້ອງ.
ກ່ອນໜ້ານັ້ນ, ວັນທີ 11 ກໍລະກົດ, ໃນຂອບເຂດ AMM-58, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+1 ກັບອັງກິດ ແລະສະຫະພາບເອີລົບ (ອີຢູ) ແລະກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດອາຊີຕາເວັນອອກ ຄັ້ງທີ 15 (EAS) ໄດ້ດຳເນີນໄປ.
ໂດຍ:ໄຊນີດາ