ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຝລັ່ງ
ກປ.ອອນໄລ - ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງທັດສະນະ, ຫຼັກໝັ້ນ ແລະນະໂຍບາຍຂອງຝລັ່ງ ກ່ຽວກັບບັນຫາທະເລຕາເວັນອອກ.
ໃນລະຫວ່າງວັນທີ 10 – 14 ກໍລະກົດ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິແທັງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 50 ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ຢູ່ ປາຣີ, ພ້ອມທັງຢ້ຽມຢາມ ແລະເຮັດວຽກຢູ່ ຝລັ່ງ. ໃນວັນທີ 10 ກໍລະກົດ, ທ່ານນາງ ຫງວຽນທິແທັງ ໄດ້ໃຫ້ການຕ້ອນຮັບທ່ານ Loic Hervé ຮອງປະທານສະພາສູງຝລັ່ງ, ພົບປະເຈລະຈາກັບຮອງປະທານສະພາແຫ່ງຊາດ Nadège Abomangoli, ພົບປະກັບທ່ານ Anne Le Hénanff ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຝລັ່ງ ຂອງສະພາແຫ່ງຊາດ, ພົບປະທ່ານ Amélia Lakrafi ຫົວໜ້າຜູ້ຕາງໜ້າຂອງ ສະມັດຊາລັດຖະສະພາຝຣັ່ງໂກໂຟນີ.
    |
 |
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ພ້ອມດ້ວຍຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ສະພາແຫ່ງຊາດຝລັ່ງ. ພາບ: ແອງຕວານ |
ທີ່ການເຮັດວຽກຄັ້ງຕ່າງໆ, ທ່ານນາງ ຫງວຽນທິແທັງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຝລັ່ງ.
ທ່ານນາງຮອງປະທານສະພາແຫ່ງຊາດ ປາດຖະໜາຢາກ 2 ຝ່າຍຈະສືບຕໍ່ປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ ແລະຝລັ່ງ ຈະສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຂອງອີຢູ - ຫວຽດນາມ (EVIPA) ໂດຍໄວ; ຊຸກຍູ້ໃຫ້ຄະນະກຳມະການເອີລົບ ຖອນບັດເຫຼືອງ IUU ໃຫ້ສຳລັບຜະລິດຕະພັນສິນໃນນ້ຳຂອງຫວຽດນາມ ໂດຍໄວ. ຕາມທ່ານນາງ ຫງວຽນທິແທັງ ແລ້ວ, ສອງປະເທດຍັງຕ້ອງສືບເຮັດໃຫ້ການຮ່ວມມືໃນຂົງເຂດທີ່ເປັນມູນເຊື້ອ ຄື: ວັດທະນະທຳ, ສາທາລະນະສຸກ, ການສຶກສາ ແລະບຳລຸງສ້າງເລິກເຊິ່ງຂຶ້ນຕື່ມ.
ທ່ານນາງຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງທັດສະນະ, ທີ່ຕັ້ງ ແລະນະໂຍບາຍຂອງຝລັ່ງ ກ່ຽວກັບບັນຫາທະເລຕາເວັນອອກ, ສະເໜີ ຝລັ່ງ ສືບຕໍ່ມີທັດສະນະສະໜັບສະໜູນຫຼັກໝັ້ນ ແລະທັດສະນະຂອງອາຊຽນ ແລະຫວຽດນາມ, ໃນນັ້ນມີການຮັກສາຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນໃນພາກພື້ນ; ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີຕາມກົດໝາຍສາກົນ.
ໂດຍ: ໄຊນີດາ