ຫວຽດນາມ ເນັ້ນໜັກເຖິງປັດໄຈພື້ນຖານວິທະຍາສາດໃນການປົກປັກຮັກສາ ແລະພັດທະນາທະເລ-ມະຫາສະໝຸດ
ກປ.ອອນໄລ - ທີ່ກອງປະຊຸມ SPLOS 35, ຄະນະຜູ້ແທນຫວຽດນາມ ໄດ້ສະແດງຄວາມເຫັນຢ່າງເຕັມທີ່ບັນດາທັດສະນະຕໍ່ກັບການປະຕິບັດສົນທິສັນຍາ, ໃນນັ້ນມີການແກ້ໄຂການຂັດແຍ້ງສາກົນ ໂດຍສັນຕິວິທີ.
    |
 |
ທ່ານ ໂດ໋ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ວາລະປຶກສາຫາລືຫຼັກ. ພາບ: ສໍານັກຂ່າວສານຫວຽດນາມ. |
ວັນທີ 27 ມິຖຸນາ, ຢູ່ທີ່ສໍານັກງານສະຫະປະຊາຊາດ ທີ່ນະຄອນນິວຢອກ (ອາເມລິກາ), ກອງປະຊຸມບັດດາປະເທດພາຄີຂອງສົນທິສັນຍາສະຫະປະ ຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຄັ້ງທີ 35 (SPLOS 135) ສືບຕໍ່ດໍາເນີນວາລະປຶກສາຫາລືລວມ. ທ່ານ ໂດ໋ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປຶກສາຫາລືຫຼັກ.
ທ່ານ ໂດ໋ຮຸ່ງຫວຽດ ໃຫ້ຮູ້ວ່າ ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ສະແດງຄວາມເຫັນຢ່າງເຕັມທີ່ບັນດາທັດສະນະຕໍ່ກັບການປະຕິບັດສົນທິສັນຍາ, ໃນນັ້ນມີການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ, ການຍື່ນ ສະເໜີເອກະສານກ່ຽວກັບເຂດໄຫຼ່ທະວີບເປີດກວ້າງຢູ່ນອກບໍລິເວນ 200 ໄມທະເລຂອງຫວຽດນາມ ຢູ່ເຂດກາງທະເລຕາເວັນອອກ ແລະຄວາມ ມານະພະຍາຍາມຊຸກຍູ້ການຮ່ວມມືສາກົນ ເພື່ອປົກປັກຮັກສາທະເລ ແລະມະຫາສະໝຸດໃນພາກພື້ນ ກໍຄືໃນຂອບເຂດທົ່ວໂລກ.
ໂດຍ: ກວຽດເຕິມ