ໂດຍອວຍພອນບັນດາທ່ານເອກອັກຄະລັດຖະທູດ ທີ່ມີອາຍຸການປະຕິບັດງານປະສົບຜົນສຳເລັດຢູ່ຫວຽດນາມ, ທ່ານປະທານປະເທດ ເລືອງເກືອ່ງ ຕີລາຄາສູງບົດບາດ, ການປະກອບສ່ວນທີ່ຕັ້ງໜ້າຂອງບັນດາເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ການາດາ ແລະ ອີຣານ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Shawn Perry Steil ເອກອັກຄະລັດຖະທູດການາດາ ປະຈຳ ຫວຽດນາມ. ພາບ: qdnd.vn

ແລກປ່ຽນກັບທ່ານເອກອັກຄະລັດຖະທູດ Shawn Perry Steil, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ການາດາ ຕ້ອງສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ຊັບສິນທາງປັນຍາ, ຖະແຫຼງຂ່າວສື່ສານ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ແລະ ທ່ານ Ali Akbar Nazari ເອກອັກຄະລັດຖະທູດອີຣານ. ພາບ: qdnd.vn

ທີ່ການຕ້ອນຮັບທ່ານ Ali Akbar Nazari ເອກອັກຄະລັດຖະທູດອີຣານຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນ ຫວຽດນາມ ຂໍ້ແບ່ງປັນບັນດາຄວາມຫຍຸ້ງຍາກ ເຊິ່ງປະຊາຊົນອີຣານ ພວມປະເຊີນໜ້າ, ທ່ານສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງ ທີ່ຫາກໍ່ບັນລຸໄດ້ລະຫວ່າງບັນດາຝ່າຍ ແລະ ທ່ານສະແດງຄວາມເຊື່ອໝັ້ນຂໍ້ຕົກລົງຈະປະກອບສ່ວນນຳມາເຊິ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ