ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 25 ມິຖຸນາ, ສະພາແຫ່ງຊາດໃດ້ລົງຄະແນນສຽງຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ, ຄື: ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ; ກົດໝາຍວ່າດ້ວຍພາສີສົ່ງອອກ - ນຳເຂົ້າ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ສິນສ່ວນລວມ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ. ຫຼັງຈາກນັ້ນບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລື ແລະລົງຄະແນນສຽງຮັບຮອງເອົາມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງຕັ້ງສະພາເລືອກຕັ້ງແຫ່ງຊາດ.

leftcenterrightdel
ທີ່ກອງປະຊຸມສະໄໝສາມັນເທື່ອທີ 9. ພາບ: quochoi.vn

ໃນຕອນເຊົ້າວັນກ່ຽວກັບ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ, ໃນນັ້ນຍົກເລີກໂທດປະຫານຊີວິດສຳລັບ 8 ສະຖານການກະທຳຜິດ, ໄປສູ່ຈຳຄຸກຕະຫຼອດຊີວິດສຳລັບຜູ້ຖືກຕັດສິນໂທດປະຫານຊີວິດກ່ຽວກັບບັນດາສະຖານການກະທຳຜິດນີ້ກ່ອນວັນທີ 01 ກໍລະກົດ.

8 ສະຖານການກະທຳຜິດ, ລວມມີ: ການເຄື່ອນໄຫວເພື່ອໂຄ່ນລົ້ມອຳນາດການປົກຄອງປະຊາຊົນ; ທຳລາຍພື້ນຖານດ້ານວັດຖຸ - ເຕັກນິກຂອງປະເທດ ສສ.ຫວຽດນາມ; ຜະລິດ, ຄ້າຂາຍສິນຄ້າປອມແມ່ນຢາປີ່ນປົວພະຍາດ, ປ້ອງກັນພະຍາດ; ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ (ມາດຕາ 250); ທຳລາຍສັນຕິພາບ, ກໍ່ສົງຄາມຮຸກຮານ; ເຄື່ອນໄຫວນັກສືບ; ສໍ້ໂກງຊັບສິນ; ຮັບສິນບົນ

ຕາມແຜນການ, ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດເລືອກຕັ້ງປະທານສະພາເລືອກຕັ້ງແຫ່ງຊາດ ແລະປຶກສາຫາລື, ລົງຄະແນນສຽງຮັບຮອງເອົາບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບວຽກງານບຸກຄະລາກອນອື່ນຂຶ້ນກັບສິດອຳນາດ.

ແຫຼ່ງຄັດຈາກ: vovworld.vn