ຕາມນັກຄົ້ນຄວ້າ Uch Leang ແລ້ວ, ການພົວພັນທີ່ເປັນມູນເຊື້ອ, ຕິດພັນກັນມາແຕ່ດົນນານລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມຫວຽດນາມ ແລະກໍາປູເຈຍ ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະເລືອດເນື້ອຊາວຫວຽດນາມ ແລະກໍາປູເຈຍ ຫຼາຍລຸ້ນຄົນ.
ວັນທີ 24 ມິຖຸນາ 1967, ຫວຽດນາມ ແລະກໍາປູເຈຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ສ້າງໜ້າປະຫວັດສາດໃໝ່ລວມຂອງຂອງສອງຊາດ. ໃນຊຸມເດືອນປີຕໍ່ຈາກນ້ັນ, ປະຊາຊົນສອງປະເທດຫວຽດນາມ ແລະກໍາປູເຈຍ ໄດ້ສືບຕໍ່ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ປົດປ່ອຍຊາດ, ສະຫງວນໃຫ້ກັນການສະໜັບສະໜູນອັນລໍ້າຄ່າ ແລະພ້ອມກັນຍາດໄດ້ໄຊຊະນະປະຫວັດສາດໃນລະດູບານໃໝ່ 1975. ນໍ້າໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນຍິ່ງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ແລະເລິກເຊິ່ງກວ່າເມື່ອສອງຊາດໄດ້ຄຽງບ່າຄຽງໄຫຼ່ໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ ເມື່ອປີ 1979, ຊ່ວຍຟື້ນຟູປະເທດກຳປູເຈຍ ຄືນໃໝ່.
ດ້ວຍທິດນໍາ “ບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ໃນຊຸມປີຜ່ານມາ, ຫວຽດນາມ ແລະກໍາປູເຈຍ ໄດ້ເພີ່ມທະວີຄວາມສາມັກຄີ, ຮ່ວມມື ແລະຊ່ວຍເຫຼືອກັນໃນທຸກຂົງເຂດກວ່າອີກຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສົມກັບການປະກອບສ່ວນ, ເສຍສະຫຼະຂອງລຸ້ນອ້າຍ, ພ້ອມທັງນຳເອົາປະສິດທິຜົນທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.
    |
 |
ນັກຄົ້ນຄວ້າ Uch Leang, ປະທານສະມາຄົມນັກສຶກສາກໍາປູເຈຍ ຮໍ່າຮຽນຢູ່ຫວຽດນາມ (CAVA), ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟາຣິກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ, ສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC). ພາບ: ຢຸຍຮວ່ານ |
ໃນສະພາບການທີ່ຫວຽດນາມ ແລະກໍາປູເຈຍ ລ້ວນແຕ່ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ທັງສອງປະເທດລ້ວນແຕ່ຖືເປັນສໍາຄັນການປັບປຸງ ແລະເພີ່ມທະວີການພົວພັນຕາມທິດນໍາ “ບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ”,...
ນັກຄົ້ນຄວ້າ Uch Leang ຢືນຢັນວ່າ “ການຫວນຄືນໄລຍະທາງປະຫວັດສາດ 58 ປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ຕາມແຕ່ນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານອັນດີງາມລະຫວ່າງຫວຽດນາມ ແລະກໍາປູເຈຍ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຊັບສົບບັດອັນລໍ້າຄ່າ, ສັກສິດ ແລະຍືນຍົງຂອງສອງຊາດ, ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດຕ້ອງໄດ້ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງເພື່ອໃຫ້ການພົວພັນນ້ັນນັບມື້ນັບພັດທະນາຢ່າງດີງາມ ແລະຮອບດ້ານ”.
ເມື່ອຫວນຄືນບາງຜົນງານທີ່ເປັນໜ້າຮັບຮູ້ໃນການຮ່ວມມືລະຫວ່າງສອງປະເທດ, ນັກຄົ້ນຄວ້າ ໃຫ້ຮູ້ວ່າ: “ໃນຊຸມປີຜ່ານມາ, ເຖິງວ່າສະພາບການໂລກ, ພາກພື້ນມີການຜັນແປຢ່າງສັບສົນ, ສະພາບການຢູ່ແຕ່ລະປະເທດກໍ່ມີຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມມານະພະຍາຍາມ, ບຸກບືນຂອງທັງສອງຝ່າຍ, ການພົວພັນລະຫວ່າງຫວຽດນາມ ກັບກໍາປູເຈຍ ສືບຕໍ່ມີບາດກ້າວພັດທະນາສໍາຄັນທັງລວງເລິກ ແລະກວ້າງ, ກາຍເປັນປັດໄຈສໍາຄັນຢ່າງແທ້ຈິງປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຍາວນານ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນເອກະລາດ, ອະທິປະໄຕແຫ່ງຊາດຂອງແຕ່ລະປະເທດ.
ສອງຝ່າຍສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ເພີ່ມທະວີການແລກປ່ຽນຢ້ຽມຢາມ, ພົບປະລະຫວ່າງການນໍາຂັ້ນສູງ ແລະທຸກຂັ້ນໃຫ້ມີປະສິດທິຜົນ. ເອກະສານຮ່ວມມືຫຼາຍສະບັບລະຫວ່າງສອງປະເທດໄດ້ລົງນາມ, ເປັນພື້ນຖານໃຫ້ແກ່ການພັດທະນາຮ່ວມມືຮອບດ້ານລະຫວ່າງສອງຝ່າຍ. ການຮ່ວມມືດ້ານເສດຖະກິດແມ່ນທາດກາວທີ່ຢຶດຕິດນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງຊາດເຂົ້າກັນໃຫ້ນັບມື້ນັບຍືນຍົງ.
ປະຈຸບັນ, ຫວຽດນາມ ມີປະມານ 215 ໂຄງການທີ່ລົງທຶນຢູ່ກໍາປູເຈຍ ດ້ວຍຍອດທຶນລົງທະບຽນປະມານ 2,94 ຕື້ໂດລາຫະສະລັດ. ບັນດາໂຄງການໃນຂົງເຂດຄົມມະນາຄົມ, ການບິນ, ກະສິກໍາເຄື່ອນໄຫວມີປະສິດທິຜົນທີ່ສຸດ. ບໍ່ພຽງແຕ່ຊ່ວຍຈໍາປູເຈຍ ພັດທະນາເສດຖະກິດເທົ່ານັ້ນ, ບັນດາວິສາຫະກິດຫວຽດນາມ ຍັງແມ່ນນັກລົງທຶນທີ່ມີຄວາມຮັບຜິດຊອບ, ເຮັດວຽກງານຮັບປະກັນຊີວິດສັງຄົມ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປັບປຸງຊີວິດການເປັນຢູ່ຂອງຊາວທ້ອງຖິ່ນໃຫ້ດີຂຶ້ນ, ຝ່າຍກໍາປູເຈຍ ໄດ້ຮັບຮູ້ ແລະຕີລາຄາສູງເປັນຢ່າງດີ.
ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ເພີ່ມທະວີ, ນັບມື້ນັບເຂົ້າສູ່ປະສິດທິຜົນ ແລະແທດຈິງ. ສອງຝ່າຍຍາມໃດກໍ່ຢ້ັງຢືນວ່າ ບໍ່ອະນຸຍາດໃຫ້ກໍາລັງສັດຕູໃດນໍາໃຊ້ຜືນແຜ່ນດິນຂອງຕົນ ເພື່ອກໍ່ຄວາມເສຍຫາຍຕໍ່ຄວາມສະຫງົບຂອງປະເທດອື່ນ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນຜັນຂະຫຍາຍວຽກງານແບ່ງເຂດປັກຫຼັກໝາຍຊາຍແດນທາງບົກບັນລຸ 84% ແລະຕັ້ງໜ້າແລກປ່ຽນ ເພື່ອແກ້ໄຂສ່ວນທີ່ຍັງເຫຼືອ 16%, ເພື່ອສືບຕໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.
ແຕ່ລະປີ, ຫວຽດນາມ ສະຫງວນທຶນການສຶກສາໄລຍະຍາວ ແລະສັ້ນຫຼາຍພັນທຶນ ໃຫ້ກໍາປູເຈຍ. ກໍາປູເຈຍ ກໍ່ຊ່ວຍຫວຽດນາມ ບຳລຸສ້າງທາງດ້ານພາສາ, ວັດທະນະທໍາຂະແມໃນລະດັບປະລິນຍາຕີ. ການພົວພັນລະຫວ່າງບັນດາອົງການນິຕິບັນຍັດ, ບໍລິຫານ, ຕຸລາການ, ລະຫວ່າງອົງການຈັດຕັ້ງມະຫາຊົນ ແລະລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມຂອງສອງປະເທດ ນັບມື້ນັບມີຄວາມອຸດົມສົມບູນ, ແທດຈິງ ແລະມີປະສິດທິຜົນ.
ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍປະຕິບັດຂໍ້ຕົກລົງຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຮັກສາຄວາມໝັ້້ນຄົງດ້ານການເມືອງ, ສັງຄົມຢູ່ແຕ່ລະປະເທດ, ຮັກສາຄວາມສະຫງົບ, ປອດໄພຊາຍແດນທາງບົກ ແລະທາງທະເລໃຫ້ເປັນຢ່າງດີ; ພ້ອມທັງເປັນເຈົ້າການ, ຕັ້ງໜ້າສົມທົບກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດ ສປຊ, ອາຊຽນ, ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM) ແລະເວທີປາໄສຮ່ວມມືອະນຸພາກພື້ນແມ່ນໍ້າຂອງ.
ປະຈຸບັນ, ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສອງປະເທດຍິ່ງຕ້ອງເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນ ແລະກັນກວ່າອີກເພື່ອໃຫ້ສົມກັບການປະກອບສ່ວນ, ການເສຍສະຫຼະຂອງລຸ້ນອ້າຍກໍ່ຄືຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.
ນັກຄົ້ນຄວ້າ Uch Leang ເນັ້ນໜັກວ່າ. “ບົນພື້ນຖານການພົວພັນດ້ານການເມືອງອັນດີງາມ ແລະພ້ອມກັນແບ່ງປັນຕັດສິນໃຈຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ, ຍິ່ງໄປກວ່ານັ້ນແມ່ນເງື່ອນໄຂສະດວກກ່ຽວກັບມູນເຊື້ອ, ບົດຮຽນຮ່ວມມື ແລະການໃກ້ຊິດທາງພູມສາດເພື່ອຍູ້ແຮງການເຊື່ອມຕໍ່ເສດຖະກິດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນໃຫ້ຫຼາຍກວ່າອີກ, ຂ້າພະເຈົ້າຖືືວ່າການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງຈະສືບຕໍ່ພັດທະນາອັນດີງາມ, ນຳເອົາໝາກຜົນທີ່ແທດຈິງຕາມທິດນໍາ “ບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືີີຮອບດ້ານ, ຍືນຍົງຍາວນານ”.
ໂດຍ: ໄຊນີດາ