leftcenterrightdel
ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ. ພາບ: vov.vn

ວັນທີ 25 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນະຄອນນິວຢອກ, ປະເທດອາເມລິກາ, ໄດ້ຈັດວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບເດັກນ້ອຍໃນການປະທະກັນດ້ວຍອາວຸດດ້ວຍຫົວຂໍ້ “ບັນດາຍຸດທະສາດຢ່າງມີປະສິດທິຜົນເພື່ອຢຸດຕິ ແລະສະກັດກັ້ນບັນດາການກະທຳລະເມີດຢ່າງຮ້າຍແຮງສຳລັບເດັກນ້ອຍ”. ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປຶກສາຫາລືມີຜູ້ຕາງໜ້າຂອງຄະນະເລຂາສະຫະປະຊາຊາດ, UNICEF ແລະຜູ້ຕາງໜ້າຂອງກວ່າ 90 ປະເທດສະມາຊິກ.

ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດ, ທ່ານ ໂດ້ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ຢືນຢັນວ່າ ຫວຽດນາມ ກ່າວປະນາມທຸກການກະທຳໃຊ້ຄວາມຮຸນແຮງຕໍ່ເດັກ ແລະຮຽກຮ້ອງຢຸດຕິບັນດາການກະທຳລະເມີດສິດທິເດັກໃນການປະທະກັນດ້ວຍອາວຸດໃນທັນທີ. ທ່ານເນັ້ນໜັກວ່າ, ການປ້ອງກັນສະກັດກັ້ນຕ້ອງແມ່ນບຸລິມະສິດແຖວໜ້າ, ໂດຍສະເພາະແມ່ນແກ້ໄຂການປະທະກັນຢ່າງເຖິງກົກເຖິງປາຍ ແລະຫຼຸດຜ່ອນຄວາມສ່ຽງຈາກການໃຊ້ຄວາມຮຸນແຮງສຳລັບເດັກ. ຫວຽດນາມ ເຊີດຊູການປະສານສົນທົບການປົກປ້ອງເດັກໃນທຸກໄລຍະຂອງບັນດາວິວັດທະນາການສັນຕິພາບ ແລະຖືນີ້ແມ່ນຈຸດສຸມຂອງການເຄື່ອນໄຫວຮັກສາສັນຕິພາບ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ