ຫວຽດນາມ-ອົດສະຕາລີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ກປ.ອອນໄລ - ວັນທີ 26 ມິຖຸນາ, ຢູ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານນາງເລີ່ມປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຊົມເຊີຍທ່ານນາງເອກອັກຄະລັດຖະທູດ Gillian Bird ມາຮັບໜ້າທີ່ການທູດ ຢູ່ຫວຽດນາມ; ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະຄວາມເຂົ້າໃຈກ່ຽວກັບພາກພື້ນ, ທ່ານນາງເອກອັກຄະລັດຖະທູດ Gillian Bird ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ. ຕີລາຄາສູງການພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນຫຼາຍຂົງເຂດ, ທ່ານ ໂຕເລິມ ຢືນຢັນວ່າ ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານແຖວໜ້າຂອງຫວຽດນາມ ຢູ່ພາກພື້ນ. ຫວຽດນາມ ຍາມໃດກໍ່ເຄົາລົບນັບຖືອາລົມຈິດ ກໍຄືການຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງລັດຖະບານ ແລະປະຊາຊົນອົດສະຕາລີ ສະຫງວນໃຫ້ຫວຽດນາມ ໃນໄລຍະ 50 ປີຜ່ານມາ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ Gillian Bird ເອົາໃຈໃສ່ຊຸກຍູ້ບາງຂົງເຂດຮ່ວມມືສອງຝ່າຍ, ລວມມີ: ເພີ່ມທະວີການຮ່ວມມືດ້ານການເມືອງ-ການທູດຜ່ານການຊຸກຍູ້ການແລກປ່ຽນ ແລະການພົບປະຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ເປັນໂຄງການທີ່ມີລັກສະນະສັນຍະລັກໃໝ່ໃຫ້ມີປະສິດທິຜົນ; ຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ໂດລາສະຫະລັດ ແລະການລົງທຶນສອງສົ້ນເພີ່ມຂຶ້ນທົບສອງເທົ່າ; ນໍາການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ, ມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ-ບໍາລຸງກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຢີ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສ່ວນທ່ານນາງເອກອັກຄະລັດຖະທູດ Gillian Bird ໄດ້ຂອບໃຈຕໍ່ການການຕີລາຄາຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະຂໍ້ສະເໜີກໍານົດທິດສຳຄັນຕໍ່ກັບການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ສະແດງຄວາມປິຕິຊົມຊື່ນທີ່ໄດ້ຮັບໜ້າທີ່ໃນສະພາບການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະພັດທະນາທີ່ດີງາມ; ພ້ອມທັງຢືນຢັນວ່າ ລັດຖະບານອົດສະຕາລີ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຫຼັກແຫຼ່ງໃນຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040, ສົ່ງເສີມວິສາຫະກິດອົດສະຕາລີ ເພີ່ມທະວີການລົງທຶນເຂົ້າຫວຽດນາມ.
ໂດຍ: ທູຈາງ