    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ມາເຂົ້າຮ່ວມວາລະໄຂກອງປະຊຸມ WEF ທຽນຊີນ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຖານະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ຢືນຢັນຄວາມໝາຍສຳຄັນຂອງກອງປະຊຸມ WEF ທຽນຊີນ 2025 ໃນການຊຸກຍູ້ລັດທິຫຼາຍຝ່າຍ, ການຄ້າ ແລະການລົງທຶນທົ່ວໂລກ, ຈິດໃຈສະຕາດອັບຕໍ່ໜ້າການຫັນປ່ຽນທີ່ມີລັກສະນະພື້ນຖານຂອງສະພາບແວດລ້ອມເສດຖະກິດໂລກ. ທ່ານນາຍົກລັດຖະມົນຕີຈີນ ຕີລາຄາສູງການປະກອບສ່ວນອັນສຳຄັນຂອງປະຊາຄົມວິສາຫະກິດ ເພື່ອຄວາມກ້າວໜ້າທາງສັງຄົມ ແລະການພັດທະນາເສດຖະກິດສັງຄົມ; ພ້ອມທັງຢືນຢັນໃຫ້ຄໍາໝັ້ນສັນຍາເປີດປະຕູຕະຫຼາດ, ແບ່ງປັນໝາກຜົນການພັດທະນາເສດຖະກິດ ແລະຄວາມກ້າວໜ້າດ້ານວິທະຍາສາດ, ເຕັກໂນໂລຢີຂອງຈີນ ກັບປະເທດຕ່າງໆເພື່ອຄວາມວັດທະນາຖາວອນລວມຂອງທົ່ວໂລກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຜູ້ແທນເຂົ້າຮ່ວມວາລະໄຂກອງປະຊຸມ WEF ທຽນຊີນ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂອບເຂດກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປຶກສາຫາລືສໍາຄັນຈຳນວນໜຶ່ງ ແລະເປັນແຂກຖືກເຊີນພິເສດຂອງກອງປະຊຸມປຶກສາຫາລືນະໂຍບາຍ ດ້ວຍຫົວຂໍ້ “ຫວຽດນາມ - ສັງກາດບືນຂຶ້ນ: ວິໄສທັດ ຮອດການກະທໍາ”.
*ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມການປຶກສາຫາລືນະໂຍບາຍກັບທ່ານ Børge Brende ປະທານ ທັງເປັນຜູ້ອໍານວຍການໃຫຍ່ບໍລິຫານເວທີປາໄສເສດຖະກິດໂລກ (WEF) ດ້ວຍຫົວຂໍ້: “ຫວຽດນາມ - ສັງກາດບືນຕົວຂຶ້ນ: ວິໄສທັດຮອດການກະທໍາ”. ທີ່ການປຶກສາຫາລື, ທ່ານ ຟ້າມມິງຈິ໊ງ ແລະທ່ານ Brende ໄດ້ປຶກສາຫາລືຫຼາຍບັນຫາ, ໃນນັ້ນພົ້ນເດັ່ນແມ່ນວິໄສທັດ ແລະການກໍານົດທິດນະໂຍບາຍໃໝ່ຂອງຫວຽດນາມ ກ່ຽວກັບສັງກາດພັດທະນາໃໝ່; ບົດຮຽນປະສົບການຂອງຫວຽດນາມ ໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ; ແລະແນວທາງການທູດຂອງຫວຽດນາມ ຕໍ່ໜ້າຄວາມຂາດສະຖຽນລະພາບດ້ານການເມືອງສາກົນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືນະໂຍບາຍ ກັບທ່ານ Borge Brende ປະທານທັງເປັນຜູ້ອໍານວຍການໃຫຍ່ບໍລິຫານ WEF. ພາບ: ສໍານັກຂ່າວສານຫວຽດນາມ |
ພາຍຫຼັງການປຶກສາຫາລືສິ້ນສຸດລົງ, ມີຜູ້ແທນ ແລະນັກຮຽນຮູ້ສາກົນຫຼາຍທ່ານຍັງໄດ້ຕັ້ງຄຳຖາມ ແລະໄດ້ຮັບການແບ່ງປັນຈາກທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການປະຕິຮູບບຸທະລຸ ທີ່ມີລັກສະນະຍຸດທະສາດຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ຄື: ລະບອບລະບຽບການ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ພິເສດແມ່ນລະບອບລະບຽບການເສດຖະກິດຕະຫຼາດ, ການປະຕິຮູບດ້ານການບໍລິຫານ, ການແບ່ງຂັ້ນ, ແບ່ງສິດອຳນາດ, ການສັບຊ້ອນກົງຈັກການຈັດຕັ້ງ ຂອງລະບົບການເມືອງ ແລະການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ.
* ວັນທີ 25 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບບັນດາການນຳ WEF.
ທີ່ການພົບປະກັບທ່ານ Peter Brabeck-Letmathe, ປະທານຊົ່ວຄາວ WEF, ທ່ານ ຟ້າມມິງຈິ໊ງ ສະເໜີ WEF ຍູ້ແຮງການເຊື່ອມຕໍ່ລະຫວ່າງຫວຽດນາມ ກັບບັນດາກຸ່ມບໍລິສັດ, ວິສາຫະກິດທົ່ວໂລກ, ໜູນຊ່ວຍດຶງດູດການລົງທຶນທີ່ມີຄຸນນະພາບສູງ...
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Borge Brende ປະທານທັງເປັນຜູ້ອໍານວຍການໃຫຍ່ບໍລິຫານ WEF. ພາບ: chinhphu.vn |
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານ Brende ປະທານທັງເປັນຜູ້ອໍານວຍການໃຫຍ່ບໍລິຫານເວທີປາໄສເສດຖະກິດໂລກ ຢືນຢັນວ່າ: ຫວຽດນາມ ແມ່ນປະເທດທີ່ດຶງດູດ WEF ແລະປະຊາຄົມວິສາຫະກິດ WEF ມີຄວາມສົນໃຈຫຼາຍ. ບັນດາເຫດການປຶກສາຫາລືຂອງທ່ານນາຍົກລັດຖະມົນຕີ ໃນ 3 ປີລຽນຕິດທີ່ກອງປະຊຸມ WEF ຍາມໃດກໍ່ສ້າງຄວາມປະທັບໃຈ, ສ້າງແຮງບັນດານໃຈດ້ວຍສານທີ່ແຂງແຮງ, ຊ່ວຍໃຫ້ວິສາຫະກິດມີຄວາມເຂົ້າໃຈກ່ຽວກັບນະໂຍບາຍຂອງຫວຽດນາມ ຫຼາຍກ່ວາອີກ, ຊອກຮູ້ກາລະໂອກາດເພື່ອຊຸກຍູ້ການລົງທຶນ ຢູ່ ຫວຽດນາມ.
* ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ. ທ່ານ ຟ້າມມິງຈິ໊ງ ສະເໜີຝ່າຍສິງກະໂປ ຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດທີ່ມີຄວາມສາມາດບ່ົມຊ້ອນ, ຄື: ເສດຖະກິດດີຈີຕອນ, ເສດຖະກິດຂຽວ, ສູນການເງິນສາກົນ...; ສືບຕໍ່ຜັນຂະຫຍາຍບັນດາເຂດອຸດສາຫະກຳ VSIP ຢູ່ຫວຽດນາມ ຫຼາຍຕື່ມອີກຕາມທິດເປີດກວ້າງຈາກອຸດສາຫະກຳໄປສູ່ຂົງເຂດຕົວເມືອງອັດສະລິຍະ ແລະການຄ້າດີຈີຕອນ; ເພີ່ມທະວີການໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ທັງໃນໄລຍະສັ້ນ ແລະໄລຍະຍາວ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີສິງກະໂປ ເຫັນດີກັບຂໍ້ສະເໜີຂອງທ່ານ ຟ້າມມິງຈິ໊ງ ກ່ຽວກັບມາດຕະການເພີ່ມທະວີການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ ແລະປາດຖະໜາຢາກຮ່ວມມືຢ່າງຕັ້ງໜ້າກັບຫວຽດນາມ ກ່ຽວກັບການນຳເຂົ້າເຂົ້າເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງສິງກະໂປ.
* ຕອນເຊົ້າວັນທີ 25 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ Daniel Noboa ປະທານາທິບໍດີເອກົວດໍ. ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືຫຼາຍດ້ານກັບເອກົວດໍ ແລະສະເໜີສອງຝ່າຍສືບຕໍ່ແລກປ່ຽນ, ປຶກສາຫາລື, ເຊັນເອກະສານຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການເງິນ, ກະສິກຳ ແລະອື່ນໆ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Daniel Noboa ປະທານາທິບໍດີເອກົວດໍ. ພາບ: ສໍານັກຂ່າວສານຫວຽດນາມ |
ພິເສດ, ທ່ານ ຟ້າມມິງຈິ໊ງ ສະເໜີຝ່າຍ ເອກົວດໍ ອຳນວຍຄວາມສະດວກເພື່ອໃຫ້ກຸ່ມບໍລິສັດ Viettel ລົງທຶນ, ດໍາເນີນທຸລະກິດພັດທະນາຂະແໜງໂທລະຄົມມະນາຄົມ, ການບໍລິການ 5G, ຫັນເປັນດີຈີຕອນ... ຢູ່ເອກົວດໍ, ປະກອບສ່ວນຊຸກຍູ້ການພັດທະນາ, ສ້າງວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ, ຄົນງານໜຸ່ມຂອງເອກົວດໍ.
* ຕອນເຊົ້າວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານ Senegalese Ousmane Sonko ນາຍົກລັດຖະມົນຕີ ເຊເນການ. ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົວພັນຂັ້ນສູງລະຫວ່າງສອງປະເທດ, ສືບຕໍ່ເພີ່ມທະວີການເຄື່ອນໄຫວແລກປ່ຽນການຄ້າ, ສົ່ງເສີມການຄ້າ ແລະການລົງທຶນ, ເຊື່ອມຕໍ່ວິສາຫະກິດ ແລະສ້າງເງື່ອນໄຂໃຫ້ຜະລິດຕະພັນປະເພດຕ່າງໆ ທີ່ມີທ່າແຮງຂອງແຕ່ລະປະເທດເຂົ້າສູ່ຕະຫຼາດຂອງກັນ; ເນັ້ນໜັກເຖິງການຮ່ວມມືໃນຂົງເຂດກະສິກຳ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Ousmane Sonko ນາຍົກລັດຖະມົນຕີເຊເນການ. ພາບ: chinhphu.vn |
* ຕອນເຊົ້າວັນທີ 25 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ Adylbek Kasymaliev ນາຍົກລັດຖະມົນຕີກິກີດສະຖານ. ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Adylbek Kasimalyev ໃນເດືອນມີນາ ຜ່ານມາໃຫ້ມີປະສິດທິຜົນ; ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າ, ການເຊື່ອມຕໍ່ທາງລົດໄຟລະຫວ່າງສອງປະເທດ ແລະຜ່ານນັ້ນເຊື່ອມຕໍ່ກັບບັນດາປະເທດອາຊີກາງ. ທ່ານ Adylbek Kasimalyev ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການຍູ້ແຮງການພົວພັນລະຫວ່າງສອງປະເທດ, ໃນນັ້ນມີການສ້າງຕັ້ງຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ກີກີດສະຖານ ໂດຍໄວໃນປີນີ້.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Adylbek Kasimalyev ນາຍົກລັດຖະມົນຕີກີກີດສະຖານ. ພາບ: ສໍານັກຂ່າວສານຫວຽດນາມ |
* ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ WEF ທຽນຊີນ 2025, ວັນທີ 25 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບການນຳຂອງບັນດາກຸ່ມບໍລິສັດ, ກອງທຶນນາໆຊາດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຢີ, ພັດທະນາພື້ນຖານໂຄງລ່າງ, ຜະລິດ, ປຸງແຕ່ງສະບຽງອາຫານ ແລະເຄື່ອງດື່ມ ຢູ່ຫວຽດນາມ; ຕ້ອນຮັບປະທານສະຖາບັນເສດຖະກິດອາຊີຕາເວັນອອກ ແລະອາຊຽນ (ERIA), ສາດສະດາຈານ Tetsuya Watanabe.
ໂດຍ: ທູຈາງ