ຫວຽດນາມ ແມ່ນເສົາຄໍ້າສໍາຄັນໃນນະໂຍບາຍ “ການກະທໍາທິດຕາເວັນອອກ” ຂອງອິນເດຍ
ກປ.ອອນໄລ - ວັນທີ 25 ມິຖຸນາ, ທີ່ນະຄອນຫຼວງ New Delhi, ທ່ານ ຫງວຽນແມ້ງເກື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ພ້ອມກັບທ່ານ Periasamy Kumaran ຮອງລັດຖະມົນຕີການຕ່າງປະເທດອິນເດຍ ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ຄັ້ງທີ 13 ແລະການເຈລະຈາຍຸດທະສາດ ຄັ້ງທີ 10 ລະຫວ່າງສອງປະເທດ.
ສອງຝ່າຍເຫັນດີເປັນເອກະພາບຖືວ່າ ການພົວພັນ ຫວຽດນາມ-ອິນເດຍ ພວມບັນລຸໄດ້ບາດກ້າວພັດທະນາຢ່າງຕັ້ງໜ້າທີ່ສຸດ; ເຫັນດີເປັນເອກະພາບປັບປຸງການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດຢູ່ທຸກຂັ້ນ, ທຸກຊ່ອງ, ເປີດກວ້າງການຮ່ວມມືໃນຊ່ອງທາງພັກ, ຖືການຮ່ວມມື ແລະແລກປ່ຽນລະຫວ່າງສອງພັກກໍາອໍານາດ ແມ່ນພື້ນຖານສໍາຄັນຢ່າງເປັນປະຈໍາ ເພື່ອຮັກສາຄວາມສະຖຽນລະພາບ ແລະເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ; ຖືວ່າການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນເສົາຄໍ້າສໍາຄັນ ແລະຍຸດທະສາດ; ເຫັນດີເປັນເອກະພາບສືບຕໍ່ເປີດກວ້າງການຮ່ວມມືກ່ຽວກັບການບໍາລຸງສ້າງ, ຝຶກແອບ, ແບ່ງປັນເຕັກໂນໂລຢີ ແລະຊຸກຍູ້ການຮ່ວມມືເຕີບໂຕຢ່າງຕັ້ງໜ້າຂອງວົງການການຄ້າສອງສົ້ນໃນຊຸມປີຜ່ານມາ; ເຫັນດີເປັນເອກະພາບຍົກອອກມາດຕະການບຸກທະເລ ເພື່ອເປີດກວ້າງຂົງເຂດຮ່ວມມື, ນໍາວົງເງິນການຄ້າເຕີບໂຕສູງກວ່າຕາມທິດດຸ່ນດ່ຽງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕອບສະໜອງກັບການຫັນປ່ຽນຂອງສະພາບການຄ້າໂລກ, ປະກອບສ່ວນຮັບປະກັນລະບົບຕ່ອງໂສ້ຕອບສະໜອງດຸ່ນດ່ຽງ ແລະຍືນຍົງ; ຕີລາຄາສູງການສະຫຼັບໃສ່ກັນ, ເຊື່ອມຕໍ່ກ່ຽວກັບວັດທະນະທໍາ, ສາສະໜາລະຫວ່າງສອງປະເທດ ຈາກໃນປະຫວັດສາດ ແລະຖືວ່ານີ້ແມ່ນພື້ນຖານສໍາຄັນເພື່ອເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາການຮ່ວມມືທ່ອງທ່ຽວ, ວັດທະນະທໍາ, ການສຶກສາລະຫວ່າງສອງປະເທດກວ່າອີກ.
    |
 |
ບັນຍາກາດທີ່ການປຶກສາຫາລືດ້ານການເມືອງ ຄັ້ງທີ 13 ແລະການເຈລະຈາຍຸດທະສາດ ຄັ້ງທີ 10 ລະຫວ່າງສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍແບ່ງປັນທັດສະນະກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງໃນປະຈຸບັນ, ລວມມີການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາເຄືອຂ່າຍອິນເຕີແນັດ, ອາດຊະຍາກໍາເຕັກໂນໂລຢີ, ຄວາມໝັ້ນຄົງທາງທະເລ; ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຮັບມືກັບສິ່ງທ້າທາຍນີ້ຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຊຸກຍູ້ການເຈລະຈາ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະສາກົນ, ອີງໃສ່ລະບຽບການ, ເສີມຂະຫຍາຍບົດບາດຂອງລະບອບລະບຽບການຫຼາຍຝ່າຍ.. ອິນເດຍ ຢືນຢັນເຊີດຊູບົດບາດໃຈກາງຂອງອາຊຽນ, ໃຫ້ຄໍາໝັ້ນສັນຍາສືບຕໍ່ຜັນຂະຫຍາຍນະໂຍບາຍ “ການກະທໍາທິດຕາເວັນອອກ” ຢ່າງແຂງແຮງ, ໃນນັ້ນຖືຫວຽດນາມ ແມ່ນເສົາຄໍ້າສໍາຄັນ, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດກັບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງໃຫ້ມີປະສິດທິຜົນກວ່າອີກ.
ເນື່ອງໃນໂອກາດນີ້, ທ່ານ ຫງວຽນແມ້ງເກື່ອງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ S. Jaishankar ລັດຖະມົນຕີການຕ່າງປະເທດອິນເດຍ; ມີການເຮັດວຽກກັບທ່ານ Pavan Kapoor ຮອງທີ່ປຶກສາຄວາມສະຫງົບແຫ່ງຊາດ, ທ່ານ Rajesh Agrawal ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ Vinod Tawde ເລຂາທິການໃຫຍ່ພັກປະຊາຊົນອິນເດຍ (BJP) ແລະມີການແລກປ່ຽນກັບນັກຄົ້ນຄວ້າບາງທ່ານຂອງອິນເດຍ ກ່ຽວກັບການພົວພັນສອງປະເທດ.
ໂດຍ: ໄຊນີດາ