ທີ່ການພົບປະເຈລະຈາ, ທ່ານ ຟ້າມມິງຈິ໊ງ  ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືວ່າ ພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການທູດ; ເຊື່ອໝັ້ນວ່າ ຈີນ ຈະສືບຕໍ່ພັດທະນາ, ເສີມຂະຫຍາຍບົດບາດສຳຄັນໃນບັນດາບັນຫາພັດທະນາ, ຄວາມໝັ້ນຄົງທົ່ວໂລກ. ທ່ານນາຍົກລັດຖະມົນຕີ ກໍ່ແຈ້ງໃຫ້ຊາບກ່ຽວກັບການປະຕູຮູບຢ່າງແຮງຂອງຫວຽດນາມ ພວມຜັນຂະຫຍາຍພາຍໃຕ້ການນຳພາຂອງສູນກາງພັກກອມມູນິດຫວຽດນາມ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລີມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະທ່ານ ຫຼີສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫຼີສຽງ ສະແດງຄວາມຂອບອົກຂອບໃຈ ແລະສົ່ງຄຳຢ້ຽມຢາມຖາມຂ່າວທີ່ດີງາມຂອງທ່ານ ສີຈິນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະບັນດາສະຫາຍການນຳຂັ້ນສູງຂອງ ຈີນ ເຖິງທ່ານເລຂາທິການໃຫຍ່ ໂຕເລີມ ແລະບັນດາສະຫາຍການນຳຫວຽດນາມ. ທ່ານ ຫຼີສຽງ ຊົມເຊີຍ ແລະຕີລາຄາສູງເລື່ອງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນຄັ້ງທີ 3 ລຽນຕິດເຂົ້າຮ່ວມກອງປະຊຸມ WEF ທີ່ໄດ້ຈັດຕັ້ງຢູ່ ຈີນ, ພິສູດໃຫ້ເຫັນການຖືເປັນສຳຄັນ ແລະບຸລິມະສິດແຖວໜ້າຂອງຫວຽດນາມ ຕໍ່ກັບ ຈີນ ແລະການພົວພັນຫວຽດນາມ-ຈີນ. ຊົມເຊີຍບັນດາຜົນງານສຳຄັນ ເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ຫຼີສຽງ ສະແດງການສະໜັບສະໜູນຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ປະສົບຜົນສຳເລັດ.

ທົບທວນຄືນຜົນງານແຫ່ງການຮ່ວມມືໃນໄລຍະຜ່ານມາ, ສອງນາຍົກລັດຖະມົນຕີ ເຫັນດີຕີລາຄາວ່າ ການພົວພັນສອງພັກ, ສອງລັດ ໄດ້ມີບາດກ້າວພັດທະນາຢ່າງແຮງ, ແທດຈິງດ້ວຍຫຼາຍຈຸດຕັ້ງໜ້າ, ຄື: ການພົບປະຂັ້ນສູງໄດ້ຈັດຕັ້ງເປັນປະຈຳ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງ; ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາໄດ້ທ່າເຕີບໂຕ; ການຮ່ວມມືທາງລົດໄຟ, ການບິນໄດ້ຍູ້ແຮງ; ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນໄດ້ດຳເນີນຢ່າງຟົດຟື້ນ. ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ນຳຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງທີ່ສຸດຂອງສອງພັກ, ສອງລັດ ແລະໝາກຜົນບັນດາການພົບປະລະຫວ່າງສອງທ່ານນາຍົກໃຫ້ປະກົດຜົນເປັນຈິງ ແລະບັນດາໝາກຜົນລະອຽດ, ຮັກສາການພົບປະຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈຳ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ເພີ່ມທະວີການປະສານສົມທົບໃນຂອບເຂດຫຼາຍຝ່າຍ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫຼີສຽງ ຢືນຢັນວ່າ ຈີນ ພ້ອມແລ້ວເປີດກວ້າງການນຳເຂົ້າຫຼາຍຜະລິດຕະພັນ, ສິນຄ້າຄຸນນະພາບສູງຈາກຫວຽດນາມ, ສົ່ງເສີມບັນດາວິສາຫະກິດທີ່ມີຄວາມສາມາດລົງທຶນເຂົ້າຫວຽດນາມ ໃນຂົງເຂດປັນຍາປະດິິດ (AI), ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, 5G ລຸ້ນໃໝ່, ພ້ອມແລ້ວເພີ່ມທະວີການພົບປະແລກປ່ຽນປະຊາຊົນ.

ທີ່ການພົບປະເຈລະຈາ, ສອງນາຍົກລັດຖະມົນຕີ  ກໍ່ແລກປ່ຽນຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນຫາທະເລ, ເຫັນດີພ້ອມກັນຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າ, ຮັກສາສັນຕິພາບ, ສະຖຽນລະພາບ. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍປະຕິບັດຄວາມຮັບຮູ້ລວມຂັ້ນສູງ, “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລຫວຽດນາມ-ຈີນ”; ພ້ອມກັບ ອາຊຽນ ສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ສອງນາຍົກລັດຖະມົນຕີ ກໍ່ແລກປ່ຽນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີຮັກສາການປະສານສົມທົບ, ຮ່ວມມືຢູ່ບັນດາເວທີພາກພື້ນ ແລະສາກົນ. ທ່ານ ຫຼີສຽງ ຊົມເຊີຍເລື່ອງຫວຽດນາມ ຕົກລົງກາຍເປັນຄູ່ຮ່ວມມືຂອງ BRICS.

* ຕອນບ່າຍວັນທີ 24 ມິຖຸນາ, ຢູ່ນະຄອນ ທຽນຊີນ, ທ່ານ ຟ້າມມິງຈິ໊ງ ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ວິສາຫະກິດຫວຽດນາມ-ຈີນ ດ້ວຍຫົວຂໍ້ “ຮ່ວມມືພັດທະນາພື້ນຖານໂຄງລ່າງ, ບໍລິການການເງິນທັນສະໄໝ, ຊຸກຍູ້ຄວາມສາມາດຜະລິດບົນພື້ນຖານພະລັງງານສີຂຽວ, ຜະລິດອັດສະລິຍະ, ນະວັດຕະກຳ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສັກຂີພິຍານພິທີມອບ-ຮັບເອກະສານຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ-ຈີນ. ພາບ: ສຳນັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ກາລະໂອກາດຮ່ວມມືເສດຖະກິດລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ໃນນັ້ນການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ... ; ສະເໜີບັນດາວິສາຫະກິດຊຸກຍູ້ການຮ່ວມມື, ການລົງທຶນ, ດຳເນີນທຸລະກິດ, ສ້າງສັນພັດທະນາບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ.

ຕໍ່ໜ້າການສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນ, ວິສາຫະກິດ, ກຸ່ມບໍລິສັດຫວຽດນາມ ແລະ ຈີນ ໄດ້ແລກປ່ຽນຂໍ້ຕົກລົງຮ່ວມມື, ລົງທຶນ 9 ສະບັບ, ໃນບັນດາຂົງເຂດ: ພະລັງງານ, ທາງລົດໄຟ, ເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ອະສັງຫະລິມະຊັບ, ຂົນສົ່ງ, ນຳເຂົ້າສົ່ງອອກສິນຄ້າ...

* ຕອນບ່າຍວັນດຽວກັນ, ຢູ່ນະຄອນ ທຽນຊີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຮັດວຽກກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ຈີນ ເພື່ອຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຂົງເຂດພັດທະນາຖື້ນຖານໂຄງລ່າງ, ການເງິນ, ການຄ້າ, ການລົງທຶນ.

ໂດຍ: ແສງເດືອນ