leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານນາງ Audrey Azoulay, ຜູ້ອໍານວຍການໃຫຍ່ອົງການ UNESCO. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍ, ສະໜັບສະໜູນວິໄສທັດ, ຍຸດທະສາດໄລຍະກາງຂອງ UNESCO ໄລຍະ 2022-2029, ຍຸດທະສາດຫັນປ່ຽນ UNESCO ແລະບັນດາຂໍ້ລິເລີ່ມ, ໂຄງການຮ່ວມມືບຸລິມະສິດຂອງ UNESCO, ໂດຍສະເພາະແມ່ນບັນດາຂົງເຂດໃໝ່, ຄື: ປັນຍາປະດິດ.

ທ່ານເລຂາທິການໃຫຍ່ ຕີລາຄາສູງການສະໜັບສະໜູນ ແລະການປະກອບສ່ວນອັນລ້ຳຄ່າຂອງ UNESCO, ກໍຄືທ່ານນາງ Audrey Azoulay ໃນການໜູນຊ່ວຍຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືຫຼາຍຝ່າຍ ແລະບົດບາດຂອງ UNESCO, ໃຫ້ຄຳໝັ້ນສັນຍາເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ເປັນເຈົ້າການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ UNESCO ໃນຖານະເປັນສະມາຊິກຂອງບັນດາກົນໄກບໍລິຫານຫຼັກແຫຼ່ງ, ປະກອບສ່ວນຢ່າງຕັ້ງໜ້າ,  ມີຄວາມຮັບຜິດຊອບໃຫ້ແກ່ພາລະກໍາ ແລະວຽກງານລວມຂອງ UNESCO.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານນາງ Audrey Azoulay, ຜູ້ອໍານວຍການໃຫຍ່ອົງການ UNESCO. ພາບ: qdnd.vn

ທ່ານ ໂຕເລິມ ກໍສະເໜີ UNESCO ສືບຕໍ່ສະໜັບສະໜູນ, ໜູນຊ່ວຍຫວຽດນາມ ໃນວິວັດການເຊື່ອມໂຍງ, ພັດທະນາ, ໂດຍສະເພາະແມ່ນໃນຂົງເຂດການສຶກສາ, ວິທະຍາສາດ, ວັດທະນະທຳ ແລະສື່ສານ; ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນບົດຮຽນ, ໜູນຊ່ວຍແຫຼ່ງກຳລັງຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ...

ສ່ວນທ່ານນາງ Audrey Azoulay ເຊີດຊູການຮ່ວມມືກັບຫວຽດນາມ ໃນເວລາເກືອບ 50 ປີທີ່ຜ່ານມາ, ຮັບຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສະມາຊິກທີ່ຕັ້ງໜ້າທີ່ສຸດຢູ່ UNESCO ແລະຢັ້ງຢືນວ່າ “ບໍ່ທັນມີຍາມໃດ ການພົວພັນຮ່ວມມື ຫວຽດນາມ- UNESCO ແມ່ນດີງາມຄືໃນປັດຈຸບັນ”.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານນາງ Audrey Azoulay ຢັ້ງຢືນວ່າ ເລື່ອງຫວຽດນາມ ພວມດໍາລົງຕໍາແໜ່ງ ທີ່ບັນດາກົນໄກຫຼັກແຫຼ່ງຂອງ UNESCO ໄດ້ສະແດງໃຫ້ເຫັນຄວາມໄວ້ວາງໃຈ ຂອງ UNESCO ແລະບັນດາປະເທດສະມາຊິກຕໍ່ກັບການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວລວມຂອງອົງການ. ຜູ້ອໍານວຍການໃຫຍ່ອົງການ UNESCO ຢັ້ງຢືນວ່າ UNESCO ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍຫວຽດນາມ ໃນບັນດາການເຄື່ອນໄຫວຂຶ້ນທະບຽນ, ອະນຸລັກຮັກສາມໍລະດົກໂລກແບບຍືນຍົງ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ, ພັດທະນາບັນດາຂະແໜງອຸດສາຫະກໍາວັດທະນະທຳໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ