ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດຫວຽດນາມ ແລະຈີນ
ກປ.ອອນໄລ - ພາຍຫຼັງສິ້ນສຸດລາຍການເຂົ້າຮ່ວມກອງປະຊຸມປະຈໍາປີບັນດາຜູ້ນຳໜ້າ ຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ ຢູ່ນະຄອນທຽນຊີນ, ປະເທດຈີນ, ວັນທີ 26 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ນະຄອນຊຽງໄຮ້ ແລະພົບປະກັບທ່ານ Chen Jining, ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ, ເລຂາພັກນະຄອນຊຽງໄຮ້.
ທ່ານ Chen Jining ຊົມເຊີຍຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ; ຢືນຢັນວ່າ ຊຽງໄຮ້ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາ, ໃນນັ້ນການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະຊຽງໄຮ້ ບັນລຸໄດ້ໝາກຜົນຫຼາຍຢ່າງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບທ່ານ Chen Jining ເລຂາພັກນະຄອນຊຽງໄຮ້. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຊົມເຊີຍຜົນງານສຳຄັນ ເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຊຽງໄຮ້ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ຮັກສາທີ່ຕັ້ງນໍາໜ້າຢູ່ຈີນ ໃນການຫັນເປັນທັນສະໄໝ ແລະເປີດກວ້າງການພົວພັນຕ່າງປະເທດ, ນະວັດຕະກໍາ, ວິທະຍາສາດ-ເຕັກໂນໂລຢີ, ເປັນນະຄອນທີ່ນໍາໜ້າຜັນຂະຫຍາຍຫຼາຍນະໂຍບາຍປະຕິຮູບຂອງ ຈີນ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບກັບ ຈີນ ແມ່ນຄວາມຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ ແລະບຸລິມະສິດແຖວໜ້າໃນແນວທາງພົວພັນຕ່າງປະເທດ; ເນັ້ນໜັກວ່າ ພັກ ແລະລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ບັນດາກະຊວງ, ຂະແໜງ, ທ້ອງຖິ່ນຂອງຫວຽດນາມ ເປີດກວ້າງ ແລະເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາທ້ອງຖິ່ນຂອງຈີນ, ໃນນັ້ນມີນະຄອນຊຽງໄຮ້.
* ວັນທີ 26 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສິ້ນສຸດການເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າ ຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ ທີ່ຈັດຂຶ້ນຢູ່ນະຄອນທຽນຊີນ ແລະເຮັດວຽກຢູ່ຈີນ ຕາມຄຳເຊີນຂອງທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ແລະທ່ານ Borge Brende ປະທານ ທັງເປັນຜູ້ອໍານວຍການໃຫຍ່ບໍລິຫານຂອງເວທີປາໄສເສດຖະກິດໂລກ.
ໂດຍ: ຈາງຫງວຽນ