ຕອນບ່າຍວັນທີ 15 ມິຖຸນາ, ຢູ່ນະຄອນຫຼວງ Budapest, ປະເທດ ຮຸ່ງກາຣີ, ຜູ້ແທນກວ່າ 300 ຄົນທີ່ຕາງໜ້າໃຫ້ບັນດາສະມາຄົມແມ່ຍິງທີ່ມາຈາກ 18 ປະເທດເອີລົບ ໄດ້ເຂົ້າຮ່ວມເວທີປາໄສ “ກໍານົດທີ່ຕັ້ງມູນຄ່າຫວຽດນາມ ຢູ່ຕ່າງປະເທດໃນສັງກາດດີຈີຕອນ ແລະປັນຍາປະດິດ” ໂດຍເວທີປາໄສແມ່ຍິງຫວຽດນາມ ຢູ່ ເອີຣົບ ຈັດຕັ້ງ ແລະສະຖານທູດຫວຽດນາມ ປະຈໍາ ຮຸ່ງກາຣີ ອຸປະຖໍາຮ່ວມ.

leftcenterrightdel
ທ່ານນາງ ປອ ຟານບິກທ້ຽນ (ເສື້ອຍາວ ຢືນຢູ່ກາງ) ພ້ອມກັບທ່ານນາງ Marta Matrai, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຮຸ່ງກາຣີ, ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸ່ງກາຣີ ຖ່າຍຮູບກັບຜູ້ຕາງໜ້າບັນດາສະມາຄົມແມ່ຍິງເຂົ້າຮ່ວມເວທີປາໄສ “ກໍານົດທີ່ຕັ້ງມູນຄ່າຫວຽດນາມ ຢູ່ຕ່າງປະເທດໃນສັງກາດດີຈີຕອນ”. ພາບ: ສໍານັກຂ່າວສານຫວຽດນາມ

ແຕກຕ່າງກັບເວທີປາໄສຄັ້ງທໍາອິດທີ່ຈັດຂຶ້ນໃນວັນທີ 3 ມິຖຸນາ 2023, ເຫດການໃນປີນີ້ຍັງເປີດກວ້າງໃຫ້ແກ່ເປົ້າໝາຍແມ່ຍິງ, ຜູ້ຊາຍ, ນັກທຸລະກິດ ແລະປັນຍາຊົນ. ນີ້ບໍ່ພຽງແຕ່ແມ່ນໂອກາດ ເພື່ອໃຫ້ບັນດາສະມາຊິກໄດ້ພົບປະ, ແລກປ່ຽນ, ແບ່ງປັນປະສົບການເທົ່ານັ້ນ, ຫາກຍັງແມ່ນບ່ອນເພື່ອໃຫ້ເຂົາເຈົ້າຮ່ຳຮຽນບືນຕົວຂຶ້ນໃນການກໍານົດທີ່ຕັ້ງມູນຄ່າຫວຽດນາມ ໃນແຜນທີ່ໂລກ.

ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸ່ງກາຣີ, ຢືນຢັນວ່າ ຫົວຂໍ້ “ກໍານົດທີ່ຕັ້ງມູນຄ່າຫວຽດນາມ ຢູ່ຕ່າງປະເທດໃນສັງກາດດີຈີຕອນ ແລະປັນຍາປະດິດ” ມີຄວາມໝາຍຫຼາຍທີ່ສຸດເມື່ອປັນຍາປະດິດ (AI) ນັບມື້ນັບປ່ຽນແປງໂລກ.  ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢືນຢັນວ່າ ນັບມື້ນັບຢືນຢັນສີສັນສະເພາະຂອງຕົນ, ຈາກພາສາ ແລະວັດທະນະທຳ, ເພື່ອເຊື່ອມໂຍງເຂົ້າກັນແຕ່ບໍ່ລະລາຍ. ໃນສະພາບການນັ້ນ, ແມ່ຍິງຫວຽດນາມ ຢູ່ຕ່າງປະເທດ ຍິ່ງເປັນທູດແຖວໜ້າໃນວິວັດການນີ້.

ໂດຍ: ທະນາພອນ