ຮຸງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ກປ.ອອນໄລ - ຮຸງກາຣີ ຢືນຢັນຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ທີ່ການເຮັດວຽກກັບຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ.
ແຕ່ວັນທີ 8 ຫາວັນທີ 13 ມິຖຸນາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ນໍາໂດຍທ່ານ ຟານດິ່ງຈາກ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ ແລະປະກົດການຫຍໍ້ທໍ້, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ຮຸງກາຣີ.
    |
 |
ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຊົມຫໍສະພາແຫ່ງຊາດຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ. |
ຄະນະ ໄດ້ມີການພົບປະເຮັດວຽກ, ແລກປ່ຽນກັບການນຳພັກກຳອຳນາດ, ບັນດາພັກການເມືອງ, ການນຳສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ອົງການຕຸລາການຂອງຮຸງກາລີ, ຄື: ທ່ານນາງ Marta Mátrai ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຮຸງກາຣີ; ທ່ານ Tibor Ibolya ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານນາງ Illés Boglárka ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະເສດຖະກິດຕ່າງປະເທດ; ທ່ານ Barna Pal Zsigmond ຮອງລັດຖະມົນຕີກະຊວງບັນດາບັນຫາເອີລົບ, ຫົວໜ້າຄະນະຮັບຜິດຊອບຊາວຮຸງກາຣີ ຢູ່ຕ່າງປະເທດຂອງພັກ FIDESZ; ທ່ານ Imre Komjáthi ປະທານພັກສັງຄົມ; ທ່ານ Gyula Thurmer ປະທານພັກແຮງງານ.
    |
 |
ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະ ແລະເຮັດວຽກ, ຝ່າຍຮຸງກາຣີ ຢືນຢັນວ່າ ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງຕົນ, ຮຸງກາຣີ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຮອບດ້ານກັບຫວຽດນາມ; ຍາມໃດກໍຖືຫວຽດນາມ ແມ່ນຄູ່ຮ່ວມມືທີ່ສັດຊື່, ໄວ້ເນື້ອເຊື່ອໃຈ, ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນໃນສະພາບການໂລກ ແລະພາກພື້ນມີການຜັນແປທີ່ສັບສົນຫຼາຍຢ່າງ ແລະຍາກທີ່ຈະຄາດຄະເນໄດ້.
ສ່ວນທ່ານ ຟານດິ່ງຈາກ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຮຸງກາຣີ; ພ້ອມທັງຕີລາຄາວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຮ່ວມມືໃນຫຼາຍຂົງເຂດ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 2 ຕື້ USD ໃນໄລຍະຈະມາເຖິງ (ປີກາຍນີ້, ວົງເງິນການຄ້າສອງສົ້ນ ຫວຽດນາມ - ຮຸງກາຣີ ບັນລຸ 932 ລ້ານ USD).
ໃນໄລຍະຢ້ຽມຢາມຮຸງກາລີ, ຄະນະຜູ້ແທນ ຍັງໄດ້ໄປວາງພວງມາລາທີ່ຮູບປັ້ນປະທານໂຮ່ຈິມິນ ຢູ່ນະຄອນ Zalaegerszeg; ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ຮຸງກາຣີ.
ໂດຍ: ໄຊຊະນະ