ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຂະແໜງການໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາ
ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ຢືນຢັນວ່າ ນີ້ແມ່ນຈຸດເວລາເພື່ອໃຫ້ຫວຽດນາມ ແລະຊູແອັດ ເຮັດໃໝ່ການພົວພັນ ແລະມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່. ການນຳສອງທ່ານເຫັນດີເປັນເອກະພາບວ່າ, ສອງປະເທດຄວນເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ແລະພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງປະຖົມປັດໄຈສະດວກເພື່ອເປີດກວ້າງການຮ່ວມມືໃນຂົງເຂດອື່ນໆ.
    |
 |
ທ່ານ Ulf Kristersson ນາຍົກລັດຖະມົນຕີ ຊູແອັດ ຕ້ອນຮັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ບົນພື້ນຖານການພົວພັນອັນດີງາມ, ສອງປະເທດຄວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແບ່ງປັນບົດຮຽນ, ທັດສະນະກ່ຽວກັບບັນຫາທົ່ວໂລກ, ພິເສດແມ່ນໃນສະພາບການໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ, ໃນຂອບເຂດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະສະຫະພາບເອີລົບ (ອີຢູ); ສະໜັບສະໜູນເຊິ່ງກັນ ແລະກັນເພື່ອຊຸກຍູ້ການພົວພັນຫວຽດນາມ-ອີຢູ ແລະ ຊູແອັດ-ອາຊຽນ, ປະກອບສ່ວນເຂົ້າໃນການແກ້ໄຂສິ່ງທ້າທາຍໃນທົ່ວໂລກ.
ແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ຊູແອັດ ແລະຫວຽດນາມ ແມ່ນສອງພື້ນຖານເສດຖະກິດທີ່ສາມາດໜູນຊ່ວຍເຊິ່ງກັນ ແລະກັນ. ໃນການຮ່ວມມືດ້ານການຄ້າ-ການລົງທຶນ, ສອງຝ່າຍຢືນຢັນຈະສືບຕໍ່ສ້າງຄວາມສະດວກກວ່າອີກໃຫ້ສິນຄ້າຂອງແຕ່ລະປະເທດເຂົ້າສູ່ຕະຫຼາດຂອງກັນຜ່ານການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ, ຜ່ານນັ້ນການເຂົ້າເຖິງຕະຫຼາດ ອີຢູ ແລະອາຊຽນ ແລະສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 3 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາກັບທ່ານ Ulf Kristersson ນາຍົກລັດຖະມົນຕີ ຊູແອັດ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຂະແໜງການໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາ, ພ້ອມທັງເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນຂົງເຂດນະວັດຕະກໍາ, ເຕັກໂນໂລຢີສູງ, ພະລັງງານນິວເຄຼຍ, ເຄິ່ງຊັກນຳໄຟຟ້າ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ…, ເພີ່ມທະວີການຮ່ວມສໍາພັນບໍາລຸງສ້າງ, ພິເສດແມ່ນບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທີ່ການພົບປະເຈລະຈາ, ການນຳສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.
ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະກະຊວງການຕ່າງປະເທດຊູແອັດ ມອບຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດຂະແໜງການກ່ຽວກັບການຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ.
ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືສອງຝ່າຍ
ຕອນບ່າຍວັນທີ 12 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບເຈົ້າຍິງຊູແອັດ Victoria ແລະສາມີ.
ທີ່ການພົບປະ, ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ, ເປັນຕົ້ນແມ່ນພາຍຫຼັງການຢ້ຽມຢາມຫວຽດນາມ ຂອງເຈົ້າຍິງ ແລະສາມີ ໃນປີ 2019. ຕາມນັ້ນແລ້ວ, ການພົວພັນດ້ານການເມືອງ-ການທູດ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຂັ້ນສູງ. ກ່ຽວກັບບັນດາກໍານົດທິດໃຫຍ່ໃນການພົວພັນສອງປະເທດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີ ລາດຊະວົງຊູແອັດ ແລະເຈົ້າຍິງຊູແອັດ Victoria ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຍູ້ແຮງການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ, ສ້າງເງື່ອນໄຂສະດວກເພື່ອເປີດກວ້າງການຮ່ວມມືໃນຂົງເຂດອື່ນໆ.
    |
 |
ເຈົ້າຍິງຊູແອັດ Victoria ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມ ຊູແອັດ ຢ່າງເປັນທາງການ. ພາບ: VGP |
ຕີລາຄາສູງການປະກອບສ່ວນຂອງເຈົ້າຍິງ ໃນບັນດາບັນຫາທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມທຸກຍາກ, ການເບິ່ງແຍງດູແລເດັກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແບ່ງປັນວ່າ ຫວຽດນາມ ພວມວາງເປົ້າໝາຍພັດທະນາເປັນປະເທດທີ່ມີລາຍຮັບສູງໃນປີ 2045, ຮັບປະກັນຊີວິດສັງຄົມ, ປະຊາຊົນອີ່ມໜຳສຳລານ ແລະມີຄວາມຜາສຸກ, ເດັກນ້ອຍມີສຸຂະພາບເຂັ້ມແຂງ...
ສ່ວນເຈົ້າຍິງຊູແອັດ Victoria ຫວັງວ່າຈະມີຫຼາຍຮ່ວມສຳພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຖືວ່າຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ສອງຝ່າຍສາມາດພັດທະນາກວ່າອີກ.
ສອງຝ່າຍເຫັນດີເປັນເອກະພາບວ່າຫວຽດນາມ ແລະຊູແອັດ ຄວນເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ຈັດຕັ້ງເຫດການພົບປະແລກປ່ຽນບັນດາວົງດົນຕີຂອງສອງປະເທດ ເພື່ອແນໃສ່ໂຄສະນາວັດທະນະທໍາຂອງກັນ ແລະເພີ່ມທະວີການເຊື່ອມຕໍ່, ການພົບປະແລກປ່ຽນປະຊາຊົນ.
* ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມຄອບຄົວທ່ານ Olof Palme ອະດີດນາຍົກລັດຖະມົນຕີຊູແອັດ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຮັດວຽກກັບການນໍາກຸ່ມບໍລິສັດ AstraZeneca. ພາບ: ສໍານັກຂ່າວສານຫວຽດນາມ |
* ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກຊູແອັດ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ມິຖຸນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການເຮັດວຽກກັບບາງກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ຊູແອັດ ຄື: Ericsson, H&M, SYRE, AstraZeneca ແນໃສ່ຊຸກຍູ້ການຮ່ວມມື ແລະການລົງທຶນຢູ່ຫວຽດນາມ.
* ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ຫ້ອງທົດລອງນິວເຄຼຍຂອງສະຖາບັນຄົ້ນຄວ້າລາດຊະວົງຊູແອັດ; ຢ້ຽມຢາມ ແລະເຮັດວຽກກັບສະຖາບັນແພດສາດ Karolinska, ຊູແອັດ...
* ຕອນບ່າຍວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງ Stockholm ເດີນທາງກັບຄືນປະເທດ ສິ້ນສຸດການປະຕິບັດງານຢ່າງຈົບງາມ.
ໂດຍ: ເຈິ່ນຮວ່ຽນ