ສະຖາບັນຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ ຢ້ຽມຢາມ ແລະເຮັດວຽກຢູ່ ສະຖາບັນການເມືອງ
ກປ.ອອນໄລ - ຕອນເຊົ້າວັນທີ 13 ມິຖຸນາ, ສະຖາບັນການເມືອງ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Levison Carrillo Francisco Jose ຫົວໜ້າສະຖາບັນຄົ້ນຄວ້າສູ້ຮົບຍຸດທະສາດ ເວເນຊູເອລາ ແລະບັນດາສະມາຊິກຂອງຄະນະສະຖາບັນຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ. ເຂົ້າຮ່ວມການຕ້ອນຮັບຄະນະມີທ່ານພົນຕີ, ຮສຈ, ປອ ດັ້ງສີລົກ ຫົວໜ້າສະຖາບັນການເມືອງ.
    |
 |
ທ່ານພົນຕີ, ຮສຈ, ປອ ດັ້ງສີລົກ ຫົວໜ້າສະຖາບັນການເມືອງ ແລະທ່ານພົນຈັດຕະວາ Levison Carrillo Francisco Jose ຫົວໜ້າສະຖາບັນຄົ້ນຄວ້າສູ້ຮົບຍຸດທະສາດເວເນຊູເອລາ ເປັນປະທານການເຮັກວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ທ່ານພົນຕີ, ຮສຈ, ປອ ດັ້ງສີລົກ ໄດ້ແນະນໍາໂດຍສັງເຂບກ່ຽວກັບສະຖາບັນການເມືອງ ແລະເນື້ອໃນ, ໂຄງການບໍາລຸງສ້າງຢູ່ສະຖາບັນ, ພ້ອມທັງຫວນຄືນນໍ້າໃຈສາມັກຄີ ແລະໄມຕີຈິດອັນດູດດື່ມຂອງປະຊາຊົນເວເນຊູເອລາ ໄດ້ ແລະພວມສະຫງວນໃຫ້ຫວຽດນາມ, ເນັ້ນໜັກເຖິງຄວາມສາມັກຄີ ແລະການສະໜັບສະໜູນສາກົນຍາມໃດກໍ່ແມ່ນປັດໄຈສຳຄັນໃນບັນດາວິລະກໍາປົກປັກຮັກສາປະເທດຊາດໃນເມື່ອກ່ອນ ກໍ່ຄືຜົນງານໃນການກໍ່ສ້າງ ແລະພັດທະນາປະເທດໃນປະຈຸບັນຂອງປະຊາຊົນຫວຽດນາມ.
ສ່ວນທ່ານພົນຈັດຕະວາ Levison Carrillo Francisco Jose ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດເຊິ່ງການນໍາສະຖາບັນການເມືອງສະຫງວນໃຫ້ຄະນະ, ພ້ອມທັງສະແດງຄວາມເຄົາລົບນັບຖືຕໍ່ປະຫວັດສາດຕໍ່ສູ້ອັນອົງອາດກ້າແກ່ນ, ພິລະອາດຫານຂອງປະຊາຊົນ, ກອງທັບປະຊາຊົນຫວຽດນາມ ແລະບັນດາຜົນງານທີ່ສະຖາບັນການເມືອງ ບັນລຸໄດ້ໃນເກືອບ 75 ປີຜ່ານມາ; ພ້ອມທັງຢືນຢັນວ່າ ຫວຽດນາມ ເປັນແບບຢ່າງດ້ານສິລະປະຍຸດການທະຫານ ແລະຈິດໃຈສົງຄາມປະຊາຊົນ, ບົດຮຽນອັນລໍ້າຄ່າເຊິ່ງ ເວເນຊູເອລາ ຍາມໃດກໍ່ນັບຖືຢ່າງສູງຖອດຖອນບົດຮຽນ.
    |
 |
ຜູ້ແທນຖ່າຍຮູບລວມ. ພາບ: qdnd. |
ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ແລກປ່ຽນບົດຮຽນດ້ານວິຊາການ, ຈາກນັ້ນສະເໜີບັນດາທິດທາງການຮ່ວມມືລະອຽດໃນອະນາຄົດ. ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຮ່ວມ ແລະສົມທົບກັນໃນໂຄງການບໍາລຸງສ້າງ, ບຳລຸງສ້າງພະນັກງານ, ປະກອບສ່ວນຍົກສູງກຳລັງຄວາມສາມາດໃຫ້ຖັນແຖວນາຍທະຫານຂອງກອງທັບສອງປະເທດ.
ໂດຍ: ເຈິ່ນຮວ່ຽນ