ຕອນບ່າຍວັນທີ 13 ມິຖຸນາ, ຢູ່ນະຄອນຫຼວງ Tegucigalpa ຂອງ Honduras, ທ່ານ ຫງວຽນວັນຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິໂກ ຄວບຕໍາແໜ່ງຢູ່ Honduras ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານນາງ Xiomara Castro ປະທານາທິບໍດີ Honduras.

leftcenterrightdel
ທ່ານ ຫງວຽນວັນຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິໂກ ຄວບຕໍາແໜ່ງຢູ່ Honduras ເຂົ້າຍື່ນສານຕາຕັ້ງຕໍ່ທ່ານນາງ Xiomara Castro ປະທານາທິບໍດີ Honduras.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ Xiomara Castro ຊົມເຊີຍທ່ານ ຫງວຽນວັນຫາຍ ທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ຢູ່ Honduras ແລະອວຍພອນໃຫ້ທ່ານທູດ ຈະປະຕິບັດສໍາເລັດໜ້າທີ່ການທູດຢ່າງດີເລີດ, ຜ່ານນັ້ນປະກອບສ່ວນນຳການພົວພັນລະຫວ່າງຫວຽດນາມ - Honduras ຂຶ້ນສູ່ລະດັບສູງໃໝ່. ທ່ານນາງ Xiomara Castro ຫວັງວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ ແລະເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ.

leftcenterrightdel
ທ່ານນາງ Xiomara Castro ປະທານາທິບໍດີ Honduras ຕ້ອນຮັບທ່ານ ຫງວຽນວັນຫາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຫງວຽນວັນຫາຍ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ການພົວພັນກັບ Honduras ໃນ 3 ເສົາຄ້ຳຢ່າງບໍ່ຢຸດຢັ້ງ, ລວມມີ ການທູດພັກ, ການທູດລັດ ແລະການທູດປະຊາຊົນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດຕ້ອງສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນເພື່ອໃຫ້ສົມຄູ່ກັບການພົວພັນດ້ານການເມືອງອັນດີງາມທີ່ມີຢູ່ແລ້ວ.

ໂດຍ: ໄຊຊະນະ