ຫວຽດນາມ ປາດຖະໜາຢາກຍົກສູງບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ
ກປ.ອອນໄລ - ວັນທີ 14 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງບຣາຊິນ ປະກາດວ່າ ຫວຽດນາມ ກາຍເປັນປະເທດຄູ່ຮ່ວມຂອງກຸ່ມ BRICS ຢ່າງເປັນທາງການ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ:
ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບປະຊາຄົມສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ຫວຽດນາມ ໄດ້, ພວມ ແລະຈະມີບັນດາການປະກອບສ່ວນແທດຈິງທີ່ບັນດາກົນໄກ, ການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ. |
ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາກົນໄກຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ກຸ່ມບັນດາປະເທດອຸດສາຫະກໍາພັດທະນາ (G7) ເປີດກວ້າງ, ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ 20 (G20) ເປີດກວ້າງ, ອົງການຮ່ວມມື ແລະພັດທະນາເສດຖະກິດ (OECD), ຫວຽດນາມ ກາຍເປັນປະເທດຄູ່ຮ່ວມຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) ດ້ວຍຄວາມປາດຖະໜາຢາກມານະພະຍາຍາມປະກອບສ່ວນ, ຍົກສູງທັດສະນະ ແລະບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ. ສິ່ງນີ້ກໍ່ຢືນຢັນນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ໂດຍ: ໄຊຊະນະ