ຈີນ ຊົມເຊີຍຫວຽດນາມ ກາຍເປັນປະເທດຄູ່ຮ່ວມມື BRICS
ກປ.ອອນໄລ - ວັນທີ 16 ມິຖຸນາ, ກະຊວງການຕ່າງປະເທດຈີນ ຖະແຫຼງການຊົມເຊີຍຫວຽດນາມ ກາຍເປັນປະເທດຄູ່ຮ່ວມມື BRICS, ໂດຍເນັ້ນໜັກວ່າ ເລື່ອງຫວຽດນາມ ເຂົ້າຮ່ວມການຮ່ວມມື BRICS ແມ່ນສອດຄ່ອງກັບຜົນປະໂຫຍດລວມຂອງບັນດາປະເທດ BRICS ແລະທິດໃຕ້ທົ່ວໂລກ.
    |
 |
ທ່ານ Jia kun ໂຄສົກກະຊວງການຕ່າງປະເທດຈີນ. ພາບ: CCTV |
ກ່າວຄຳເຫັນທີ່ກອງປະຊຸມຂ່າວສາມັນໃນຕອນບ່າຍວັນທີ 16 ມິຖຸນາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານ Jia kun ໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນວ່າ ເລື່ອງຫວຽດນາມ ເຂົ້າຮ່ວມການຮ່ວມມື BRICS ບໍ່ພຽງແຕ່ມີຜົນປະໂຫຍດຕໍ່ການພັດທະນາຂອງຕົນເອງເທົ່ານັ້ນ, ຫາກຍັງສອດຄ່ອງກັບຜົນປະໂຫຍດລວມຂອງບັນດາປະເທດ BRICS ແລະທິດໃຕ້ທົ່ວໂລກ. ທ່ານ Jia kun ກໍ່ເນັ້ນໜັກວ່າ BRICS ມີປະເທດຄູ່ຮ່ວມມືໃໝ່, ສິ່ງດັ່ງກ່າວຂີດໝາຍລັກສະນະຕາງໜ້າຂອງກົນໄກ BRICS ໄດ້ເປີດກວ້າງກວ່າ, ຄວາມຈັບອົກຈັບໃຈ ແລະອິດທິພົນຂອງກົນໄກນີ້ນັບມື້ນັບພົ້ນເດັ່ນ.
ທ່ານ Jia kun ຖະແຫຼງການວ່າ ຈີນ ພ້ອມທີ່ຈະກັບບັນດາສະມາຊິກ BRICS ອື່ນ ແລະບັນດາປະເທດຄູ່ຮ່ວມມືຮ່ວມແຮງຮ່ວມໃຈສ້າງການພົວພັນຄູ່ຮ່ວມມືຮອບດ້ານ, ແໜ້ນແຟ້ນ, ແທດຈິງ ແລະກວມລວມກວ່າ, ຊຸກຍູ້ການພັດທະນາຄຸນນະພາບສູງຂອງ "ການຮ່ວມມື BRICS ໃຫຍ່", ປະກອບສ່ວນເຂົ້າໃນການຮັກສາລັດທິຫຼາຍຝ່າຍ, ປົກປັກຮັກສາຄວາມຍຸຕິທຳ ແລະຊຸກຍູ້ການພັດທະນາລວມ.
ທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະຈຸບັນ ອິນໂດເນເຊຍ ເປັນສະມາຊິກຢ່າງເປັນທາງການຂອງ BRICS, ໃນຂະນະທີ່ ມາເລເຊຍ, ໄທ ແລະປະຈຸບັນ ແມ່ນຫວຽດນາມ ຮັກສາບົດບາດບັນດາປະເທດຄູ່ຮ່ວມມື. ກຸ່ມ BRICS ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ດ້ວຍບັນດາປະເທດກໍ່ຕັ້ງລວມມີ ບຣາຊິນ, ຣັດເຊຍ, ອິນເດຍ ແລະຈີນ.
ໂດຍ: ເຈິ່ນຮວ່ຽນ