ສປຊ ມີຄວາມປະທັບໃຈຕໍ່ບົດບາດຮັກສາສັນຕິພາບຂອງຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສະຫະປະຊາຊາດ (ສປຊ) ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ ໄດ້ມີການພົບປະກັບສື່ມວນຊົນຫວຽດນາມ, ໃນນັ້ນໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະປະກອບສ່ວນເຂົ້າໃນການຮັກສາສັນຕິພາບທົ່ວໂລກ.
ທ່ານ Jean-Pierre Lacroix ເນັ້ນໜັກວ່າ ສປຊ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນບໍ່ທັນແຕກ, ຮັບປະກັນໃຫ້ປະຊາຊົນສາມາດດຳລົງຊີວິດໃນຄວາມປອດໄພ ແລະສັນຕິພາບ. ສປຊ ຕີລາຄາສູງຫວຽດນາມ-ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະຕັ້ງໜ້າ, ຍາມໃດກໍ່ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ ແລະການພົວພັນແບບຍືນຍົງກັບ ສປຊ.
    |
 |
ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ (ຜູ້ຢູ່ກາງ) ແບ່ງປັນກັບນັກຂ່າວທີ່ການພົບປະກັບສື່ມວນຊົນ. ພາບ: qdnd.vn |
ຕາມທ່ານ Jean-Pierre Lacroix ແລ້ວ, ນອກຈາກວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນບໍ່ທັນແຕກ, ຫວຽດນາມ ຍັງໄດ້ຮັບການຕີລາຄາສູງກ່ຽວກັບການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສປຊ. ກຳລັງຮັກສາສັນຕິພາບຫວຽດນາມ, ລວມມີຕໍາຫຼວດ, ກົມກອງຊ່າງແສງຢູ່ Abyei ແລະໂຮງໝໍສະໜາມຊັ້ນ 2 ຢູ່ຊູດັງໃຕ້, ໄດ້ມີການປະກອບສ່ວນພໍສົມຄວນ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມທ້ອງຖິ່ນ.
ນັບແຕ່ເດືອນ ມິຖຸນາ 2014 ມາຮອດປະຈຸບັນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຜັນຂະຫຍາຍພະນັກງານ, ພາລະກອນເກືອບ 1.100 ຄົນ ໄປມາຄະນະປະຕິບັດງານຮັກສາສັນຕິພາບ ແລະສຳນັກງານໃຫຍ່ ສປຊ ຕາມຮູບການບຸກຄົນ ແລະກົມກອງ. ນັບແຕ່ເດືອນ ຕຸລາ 2018 ມາຮອດປະຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍ 6 ໂຮງໝໍສະໜາມຂັ້ນ 2 ໄປມາຄະນະປະຕິບັດງານ UNMISS ຢູ່ຊູດັງໃຕ້ ແລະນັບແຕ່ເດືອນ ພຶດສະພາ 2022, ໄດ້ມີ 3 ກອງຊ່າງແສງໄດ້ຜັນຂະຫຍາຍໄປມາຄະນະປະຕິບັດງານ UNISFA ຢູ່ເຂດ Abyei.
ໂດຍ: ເຈິ່ນຮວ່ຽນ