leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Andreas Norlen ປະທານສະພາແຫ່ງຊາດຊູແອັດ. ພາບ: ສໍານັກຂ່າວສານຫວຽດນາມ. 

ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ຊູແອັດ, ຕອນບ່າຍວັນທີ 12 ມິຖຸນາ, ທີ່ຫໍສະພາແຫ່ງຊາດຊູແອັດ ຢູ່ນະຄອນຫຼວງ Stockholm, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Andreas Norlen ປະທານສະພາແຫ່ງຊາດ  ແລະການນຳບັນດາພັກການເມືອງຂອງຊູແອັດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິງຈີ້ງ ໄດ້ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍຈະເປັນຂົວຕໍ່ເຊິ່ງກັນແລະກັນໃນການພັດທະນາການພົວພັນກັບ ອາຊຽນ ແລະ EU. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດຊູແອັດ ຊ່ວຍຂົນຂວາຍບັນດາປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ແລະ EC ແກ້ໄຂບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງຫວຽດນາມ ໂດຍໄວ.

ສ່ວນທ່ານ ປະທານສະພາແຫ່ງຊາດ Andreas Norlen ຕີລາຄາການພົວພັນສອງປະເທດ ໄດ້ພັດທະນາອັນດີງາມ, ໃນນັ້ນມີການໂອ້ລົມສົນທະນາ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ. ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດ ທີ່ຮັບຮູ້ ແລະສ້າງການພົວພັນທາງການທູດກັບຫວຽດນາມ ແລະປັດຈຸບັນພ້ອມທີ່ຈະຮ່ວມມືຊ່ວຍຫວຽດນາມ ປະຕິບັດເປົ້າໝາຍ 100 ປີ ກາຍເປັນປະເທດພັດທະນາ ທີ່ມີລາຍຮັບສູງໃນປີ 2045.

ໂດຍ: ກວຽດເຕິມ