ຫວ່າງແລ້ວນີ້, ຢູ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ ໄດ້ດຳເນີນກອງປະຊຸມ ຄັ້ງທີ 18 ບັນດາປະເທດສະມາຊິກສົນທິສັນຍາສິດທິຂອງຄົນພິການ (CRPD) ດ້ວຍຫົວຂໍ້ “ເພີ່ມທະວີສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບສິດທິ ແລະການປະກອບສ່ວນຂອງຄົນພິການໃນການພັດທະນາສັງຄົມ, ມຸ່ງໄປເຖິງກອງປະຊຸມສຸດຍອດໂລກກ່ຽວກັບການພັດທະນາສັງຄົມຄັ້ງທີ 2”.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ

ເມື່ອເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວຄະນະປະຈຳຫວຽດນາມ ປະຈໍາ ສປຊ, ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ສຳລັບການຊຸກຍູ້ ແລະປົກປ້ອງສິດທິຂອງຄົນພິການ, ໂດຍສະແດງອອກຜ່ານບັນດານະໂຍບາຍ ແລະນິຕິກຳທີ່ໄດ້ຮັບການປະກາດໃຊ້, ໃນນັ້ນມີກົດໝາຍວ່າດ້ວຍຄົນພິການ ປີ 2010 ແລະການໃຫ້ສັດຕະຍາບັນສົນທິສັນຍາສິດທິຂອງຄົນພິການ ປີ 2014.

ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນໃນຂົງເຂດນີ້, ຫວຽດນາມ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະອົງການທີ່ກ່ຽວຂ້ອງເພື່ອແນໃສ່ຮັບປະກັນສິດທິຂອງຄົນພິການຫຼາຍກວ່າອີກ, ມຸ່ງໄປເຖິງສັງຄົມຍຸຕິທຳ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ