ກ່າວຄຳເຫັນກຳນົດທິດການປຶກສາຫາລື, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ເນັ້ນໜັກວ່າ ບັນຫາອາຊີບຫາປາແບບຍືນຍົງກ່ຽວຂ້ອງເຖິງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງອື່ນໆ, ແຕ່ກໍ່ແມ່ນບັນຫາທີ່ມີສິ່ງທ້າທາຍຫຼາຍຢ່າງ, ການແກ້ໄຂບັນດາບັນຫານີ້ຕ້ອງມີວິທີການສຳຜັດຢ່າງມີວິທະຍາສາດ, ອີງຕາມສະພາບການຕົວຈິງຂອງແຕ່ລະປະເທດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ແບ່ງປັນປະສົບການຂອງ Croatia, ປະເທດແຄມທະເລທີ່ມີມູນເຊື້ອຫາປາທີ່ເຂັ້ມແຂງ, ທ່ານນາງ Marija Vuckovic ຢືນຢັນວ່າ ແຜນການຄຸ້ມຄອງໄລຍະຍາວທີ່ໄດ້ອະນຸມັດຜ່ານຢູ່ລະດັບພາກພື້ນ, ໂດຍອີງໃສ່ພື້ນຖານວິທະຍາສາດ ແລະວິທີການເຂົ້າເຖິງການປ້ອງກັນໄດ້ນຳໃຊ້ເຂົ້າໃນຂົງເຂດອາຊີບຫາປາ, ໃນນັ້ນມີການຕ້ານການຫາປາຜິດກົດໝາຍ (IUU). ທ່ານນາງ Marija Vuckovic ຍັງເນັ້ນໜັກວ່າ ການຄຸ້ມຄອງການປະມົງຈະມີປະສິດຕິຜົນພຽງແຕ່ຖ້າໄດ້ຮັບການໜູນຊ່ວຍຈາກລະບົບຕິດຕາມ, ຄວບຄຸມຢ່າງແຂງແຮງ.

ຢູ່ວາລະປຶກສາຫາລື, ບັນດານັກຮຽນຮູ້, ຜູ້ຕາງໜ້າບັນດາປະເທດລ້ວນແຕ່ຢັ້ງຢືນລະດັບຄວາມສຳຄັນຂອງບັນຫາຄຸ້ມຄອງອາຊີບຫາປາແບບຍືນຍົງ, ຮຽກຮ້ອງເພີ່ມທະວີການຮ່ວມມືໃນບັນດາຂອບເຂດ, ກົນໄກຫຼາຍຝ່າຍຕາມກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS). ທ່ານ Qu Dongyu ຜູ້ອຳນວຍການອົງການ FAO ໄດ້ຍົກສູງຄວາມສຳຄັນຂອງອາຊີບຫາປາ ຕໍ່ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ແລະຖື ຫວຽດນາມ ແມ່ນແບບຢ່າງທີ່ດີໃນການຫັນປ່ຽນອາຊີບຫາປາຈາກການຫາປາມາເປັນການລ້ຽງປູກ ຢູ່ພາກພື້ນອາຊີ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ