leftcenterrightdel
ທ່ານ ເຈິ່ນຫາຍຮ່າ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງດ້ຽນບຽນ ກ່າວຄໍາເຫັນເປີດພິທີ. ພາບ: qdnd.vn

ງານວາງສະແດງໄດ້ດຳເນີນແຕ່ວັນທີ 12 ຫາວັນທີ 21 ມິຖຸນາ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ (21-6-1925 / 21-6-2025), ສະແດງຄວາມຮູ້ບຸນຄຸນຕໍ່ນັກຂ່າວປະຕິວັດຮຸ່ນຕ່າງໆທີ່ຖືປາກກາຄືປືນ, ປະກອບສ່ວນສ້າງເປັນໄຊຊະນະດັງກ້ອງກັງວານຂອງຊົນຊາດຢູ່ດ້ຽນບຽນຝູ.

leftcenterrightdel
ທ່ານພັນເອກພິເສດ ແມ່ກວາງຖັ໊ງ, ຫົວໜ້າພະແນກບັນນາທິການວຽກງານພັກ, ວຽກງານການເມືອງ (ໜັງສືພິມກອງທັບປະຊາຊົນ) ກ່າວຄໍາເຫັນທີ່ພິທີເປີດ. ພາບ: qdnd.vn

ງານວາງສະແດງ ນຳສະເໜີ 33 ສະບັບພິເສດຂອງໜັງສືພິມກອງທັບປະຊາຊົນທີ່ພິມຈຳໜ່າຍແຕ່ວັນທີ 28 ທັນວາ 1953 ຫາວັນທີ 16 ພຶດສະພາ 1954 ຢູ່ສະໜາມຮົບດ້ຽນບຽນຝູ, ເຊິ່ງສ່ອງແສງໃຫ້ເຫັນເຖິງການເຄື່ອນໄຫວສູ້ຮົບ, ຊີວິດຂອງກອງທັບ ແລະປະຊາຊົນ ແລະບັນດາການຜັນແປຫຼ້າສຸດຂອງບັ້ນຮົບດ້ຽນບຽນຝູ, ບັນດາແບບຢ່າງຕໍ່ສູ້ອັນພິລະອາດຫານ, ກ້າແກ່ນຕໍ່ສັດຕູ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ໄຊຊະນະສຸດທ້າຍ.

leftcenterrightdel
ທ່ານພັນເອກພິເສດ ແມ່ກວາງຖັ໊ງ ມອບສັນຍາລັກໜັງສືພິມກອງທັບປະຊາຊົນ ໃຫ້ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງດ້ຽນບຽນ. ພາບ: qdnd.vn
leftcenterrightdel
ທ່ານພັນເອກພິເສດ ແມ່ກວາງຖັ໊ງ ມອບປຶ້ມ “33 ສະບັບພິເສດຂອງໜັງສືພິມກອງທັບປະຊາຊົນ ທີ່ພິມຈໍາໜ່າຍຢູ່ສະໜາມຮົບດ້ຽນບຽນຝູ” ໃຫ້ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງດ້ຽນບຽນ. ພາບ: qdnd.vn
leftcenterrightdel
ການນໍາພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງດ້ຽນບຽນ ມອບປຶ້ມນໍາສະເໜີປູຊະນີຍະສະຖານໃຫ້ບັນດາຜູ້ແທນໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ກ່າວຄຳເຫັນເປີດງານວາງສະແດງ, ທ່ານ ເຈິ່ນຫາຍຮ່າ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງດ້ຽນບຽນ ຢັ້ງຢືນວ່າ 33 ສະບັບພິເສດຂອງໜັງສືພິມກອງທັບປະຊາຊົນ ທີ່ພິມຈໍາໜ່າຍຢູ່ສະໜາມຮົບ ດ້ຽນບຽນຝູ ໄດ້ກາຍເປັນ “ແຫຼ່ງຂໍ້ມູນຂ່າວສານ” ທີ່ສຳຄັນຢູ່ສະໜາມຮົບ, ບັນທຶກຈຸດເວລາປະຫວັດສາດ, ບັນດາວິລະກໍາອັັນສະຫງ່າລາສີ, ເລີດລໍ້າລືຊາຂອງກອງທັບ ແລະປະຊາຊົນເຮົາ; ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພາບລວມກ່ຽວກັບສະໜາມຮົບດ້ຽນບຽນຝູ, ເຊິ່ງເປັນບ່ອນທີ່ພວກເຮົາ ຍາດໄດ້ໄຊຊະນະດັງກ້ອງກັງວານໄປທົ່ວ 5 ທະວີບ. ພ້ອມກັນນັ້ນ, ຍັງຊ່ວຍໃຫ້ພວກເຮົາເຂົ້າໃຈແຈ້ງກວ່າກ່ຽວກັບບົດບາດພິເສດຂອງພື້ນຖານສື່ມວນຊົນປະຕິວັດໃນສົງຄາມ, ໃນແນວຮົບ “ຂໍ້ມູນຂ່າວສານ” ໂດຍບໍ່ມີສຽງປືນແຕ່ມີພະລັງອັນໃຫຍ່ຫຼວງໃນການລະດົມກຳລັງໃຈທົ່ວກອງທັບ, ທົ່ວປວງຊົນເຮົາຕັດສິນໃຈຍາດເອົາໄຊຊະນະ.

leftcenterrightdel
ຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: qdnd.vn
leftcenterrightdel
ຜູ້ແທນ ແລະປະຊາຊົນຢ້ຽມຊົມງານວາງສະແດງເປັນຈໍານວນຫຼາຍ. ພາບ: qdnd.vn
leftcenterrightdel
33 ສະບັບພິເສດຂອງໜັງສືພິມກອງທັບປະຊາຊົນ ທີ່ພິມຈໍາໜ່າຍຢູ່ສະໜາມຮົບດ້ຽນບຽນຝູ” ໄດ້ວາງສະແດງທີ່ເຂດປູຊະນີຍະສະຖານສໍານັກບັນຊາບັ້ນຮົບດ້ຽນບຽນຝູ ຢູ່ເມືອງຟັງ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພັນເອກພິເສດ ແມ່ກວາງຖັ໊ງ, ຫົວໜ້າພະແນກບັນນາທິການວຽກງານພັກ, ວຽກງານການເມືອງ (ໜັງສືພິມກອງທັບປະຊາຊົນ) ເນັ້ນໜັກວ່າ 33 ສະບັບພິເສດທີ່ພິມຈໍາໜ່າຍຢູ່ສະໜາມຮົບດ້ຽນບຽນຝູ ບໍ່ພຽງແຕ່ແມ່ນສິ່ງມະຫັດສະຈັນກ່ຽວກັບສື່ມວນຊົນເທົ່ານັ້ນ, ຫາກຍັງແມ່ນອະນຸສອນສະຖານທີ່ມີຊີວິດຊີວາໃຫ້ແກ່ຈິດໃຈຂອງນັກຂ່າວ - ນັກຮົບທີ່ ທຸ່ມກາຍທຸ່ມໃຈ, ກ້າຫານ, ສະຫຼາດສ່ອງໃສ, ຈັດຕັ້ງຢ່າງໜັກແໜ້ນ, ປະສານສົມທົບຢ່າງກົມກຽວ, ຄືດັ່ງຄໍາເວົ້າຂອງທ່ານພົນເອກ ຫວໍງວຽນຢາບ ທີ່ສັ່ງສອນໜັງສືພິມກອງທັບປະຊາຊົນ ທີ່ວ່າ “ການອອກຂ່າວສະບັບໜຶ່ງ ກໍຄືການປະສານສົມທົບກັນຈັດຕັ້ງການສູ້ຮົບ”.

leftcenterrightdel
ບັນດາຜູ້ແທນຖະຫວາຍທູບທຽນຢູ່ອະນຸສາວະລີພົນເອກ ຫວໍງວຽນຢາບ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຢ້ຽມຊົມຫ້ອງວາງສະແດງຮູບພາບກ່ຽວກັບຊີວິດ ແລະພາລະກິດຂອງພົນເອກ ຫວໍງວຽນຢາບ. ພາບ: qdnd.vn

ຈິດໃຈເຮັດຂ່າວຢູ່ ດ້ຽນບຽນຝູ ແມ່ນພື້ນຖານໃຫ້ແກ່ແບບແຜນເຮັດຂ່າວຂອງໜັງສືພິມກອງທັບປະຊາຊົນ - “ເຫຼົ່າຮົບພິເສດ” ໃນແນວຮົມແນວຄິດ. ຈິດໃຈນັ້ນໄດ້ຮັບການສືບຕໍ່, ແຜ່ຂະຫຍາຍ, ກາຍເປັນພື້ນຖານທີ່ຈໍາເປັນຂອງນັກຂ່າວໜັງສືພິມກອງທັບປະຊາຊົນ ຮຸ່ນຕ່າງໆໃນໄລຍະປະຕິວັດ.

ກ່ອນໜ້ານັ້ນ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນຢູ່ອະນຸສາວະລີພົນເອກ ຫວໍງວຽນຢາບ; ຢ້ຽມຊົມຫ້ອງວາງສະແດງຮູບພາບກ່ຽວກັບຊີວິດ ແລະພາລະກິດຂອງພົນເອກ ຫວໍງວຽນຢາບ ຢູ່ເຂດປູຊະນີຍະສະຖານສໍານັກບັນຊາບັ້ນຮົບດ້ຽນບຽນຝູ.

ໂດຍ: ໄຊຊະນະ