ທີ່ການຕ້ອນຮັບ, ທ່ານ ໂຕເລິມ ແລະທ່ານ Gitanas Nauseda ໄດ້ແລກປ່ຽນບາງທິດທາງ, ມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ພະລັງງານ, ກະສິກຳ, ແຮງງານ… ການນຳສອງທ່ານ ໄດ້ຢັ້ງຢືນຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນ, ການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Gitanas Nauseda ປະທານາທິບໍດີ ສາທາລະນະລັດ ລິດວາ. ພາບ: qdnd.vn |
ທ່ານ ໂຕເລິມ ຂອບໃຈ ແລະສະເໜີອຳນາດການປົກຄອງລິດວາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ດໍາລົງຊີວິດ ແລະເຮັດວຽກເປັນປົກກະຕິຢູ່ ລິດວາ, ເພີ່ມທະວີການບຳລຸງສ້າງນັກສຶກສາຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດທີ່ລິດວາ ມີທ່າແຮງ ເພື່ອເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດຮັບໃຊ້ພາລະກິດການພັດທະນາຂອງຫວຽດນາມ ແລະລິດວາ, ສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ ລິດວາ ໃຫ້ເຂັ້ມແຂງທັງດ້ານຈໍານວນ ແລະຄຸນນະພາບ, ເປັນຂົວຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Gitanas Nauseda ປະທານາທິບໍດີ ສາທາລະນະລັດ ລິດວາ. ພາບ: qdnd.vn |
ແລກປ່ຽນທັດສະນະກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ (ສປຊ), ASEM ແລະໃນຂອບການຮ່ວມມື ອາຊຽນ-ສະຫະພາບເອີລົບ (ອີຢູ). ສອງຝ່າຍຢັ້ງຢືນສະໜັບສະໜູນກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 12 ມິຖຸນາ, ທີ່ທໍານຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Gitanas Nauseda ປະທານາທິບໍດີ ລິດວາ ແລະພັນລະຍາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Gitanas Nauseda ນໍາໜ້າຄະນະຜູ້ແທນຂັ້ນສູງສອງປະເທດໄດ້ດຳເນີນການພົບປະສອງຝ່າຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Gitanas Nauseda ປະທານາທິບໍດີ ລິດວາ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະພົບປະແລກປ່ຽນປະຊາຊົນ. ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາກົນໄກຮ່ວມມື, ຄື: ຊຸກຍູ້ການສ້າງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ ແລະວິທະຍາສາດ-ເຕັກນິກ, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA) ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ສິນຄ້າຂອງແຕ່ລະປະເທດເຂົ້າເຖິງຕະຫຼາດຂອງກັນ, ຜ່ານນັ້ນເຂົ້າຕະຫຼາດສະຫະພາບເອີລົບ (ອີຢູ) ແລະອາຊຽນ...
ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການແບ່ງປັນບົດຮຽນ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ເປັນຕົ້ນແມ່ນເຕັກໂນໂລຢີສູງ, ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີການເງິນ, ປັນຍາປະດິດ, ການຫັນເປັນສີຂຽວ, ພະລັງງານທົດແທນ, ຢັ້ງຢືນວ່ານີ້ແມ່ນບັນດາຂົງເຂດສຳຄັນພິເສດໃນຂະບວນການພັດທະນາຂອງແຕ່ລະປະເທດ, ມີແງ່ຫວັງທີ່ສຸດເພື່ອໃຫ້ສອງຝ່າຍຮ່ວມມື ແລະຂຸດຄົ້ນ.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ການນໍາສອງທ່ານ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສອດຄ່ອງກັບກົດໝາຍສາກົນ ແລະນະໂຍບາຍ, ກົດໝາຍຂອງແຕ່ລະປະເທດ, ພິເສດແມ່ນໃນການປ້ອງກັນ, ຕ້ານອາດຊະຍາກໍາ, ຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ປະກອບສ່ວນເຂົ້າໃນສັນຕິພາບ ແລະຄວາມໝັ້ນຄົງລວມ.
ຮອງຮັບ ລິດວາ ແມ່ນໜຶ່ງໃນບັນດາປະເທດສະມາຊິກອີຢູ ທຳອິດທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA), ທ່ານປະທານປະເທດ ເລືອງເກື່ອງ ສະເໜີ ລິດວາ ມີທັດສະນະຊຸກຍູ້ບັນດາປະເທດອີຢູ ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວ; ສະໜັບສະໜູນຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” IUU ສໍາລັບສິນທະເລສົ່ງອອກຂອງຫວຽດນາມ ໂດຍໄວ.
ສິ້ນສຸດການພົບປະສອງຝ່າຍ, ທ່ານ ເລືອງເກື່ອງ ແລະທ່ານ Gitanas Nauseda ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບລະຫວ່າງສອງປະເທດໃນບັນດາຂົງເຂດພະລັງງານ, ວິທະຍາສາດ-ເຕັກໂນໂລຢີ, ກະສິກຳ ແລະການເງິນ.
* ຕອນບ່າຍວັນທີ 12 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Gitanas Nauseda ປະທານາທິບໍດີ ລິດວາ.
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກເຖິງບົດບາດຂອງການທູດລັດຖະສະພາໃນການເພີ່ມທະວີຄວາມເຂົ້າໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນຜ່ານການຊຸກຍູ້, ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງ, ສ້າງກອບນິຕິກໍາໃຫ້ສົມບູນແບບເພື່ອອໍານວຍຄວາມສະດວກໃຫ້ການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະລິດວາ; ຢັ້ງຢືນວ່າ ການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນນຳການພົວພັນລັດຖະສະພາສອງປະເທດຂຶ້ນສູ່ລະດັບສູງໃໝ່, ສ້າງພື້ນຖານອັນໜັກແໜ້ນໃຫ້ບັນດາຂົງເຂດຮ່ວມມືອື່ນໆ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Gitanas Nauseda ປະທານາທິບໍດີ ລິດວາ. ພາບ: qdnd.vn |
ສ່ວນທ່ານ Gitanas Nauseda ເຫັນດີເປັນເອກະພາບຈະພ້ອມກັບຫວຽດນາມ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນ, ການສຶກສາ-ບໍາລຸງສ້າງ, ວັດທະນະທຳ, ພົບປະແລກປ່ຽນປະຊາຊົນ; ຢັ້ງຢືນວ່າ ລິດວາ ພ້ອມທີ່ຈະແບ່ງປັນບົດຮຽນ ແລະຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ ທີ່ ລິດວາ ມີທ່າແຮງ, ຄື: ເຕັກໂນໂລຢີການເງິນ, ຄວາມປອດໄພດ້ານໄຊເບີ, ພະລັງງານທົດແທນ...
ທ່ານ Gitanas Nauseda ຢັ້ງຢືນວ່າ ລິດວາ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ ຢູ່ ສປຊ; ເນັ້ນໜັກເຖິງການສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ ແລະ UNCLOS ປີ 1982, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
* ເນື່ອງໃນໂອກາດການຢ້ຽມຢາມ, ທ່ານ Gitanas Nauseda ແລະພັນລະຍາ ໄດ້ໄປວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ແລະອະນຸສາວະລີ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
* ຕອນຄໍ່າວັນທີ 12 ມິຖຸນາ, ຢູ່ສູນປະຊຸມສາກົນ (ນະຄອນຫຼວງຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ Gitanas Nauseda ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງລິດວາ.
* ຕອນຄໍ່າວັນທີ 12 ມິຖຸນາ, ທ່ານປະທານາທິບໍດີ Gitanas Nauseda ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ລິດວາ ໄດ້ອອກຈາກຮ່າໂນ້ຍ ເດີນທາງກັບຄືນປະເທດສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ມິຖຸນາ.
ໂດຍ: ເຈິ່ນຮວ່ຽນ