ທ່ານ ເລືອງເກື່ອງ ຊົມເຊີຍ ອີຢູ ຮ່ວມມືກັບຫວຽດນາມ ໃນຂົງເຂດຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ພັດທະນາແບບຍືນຍົງ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານທົດແທນ, ພື້ນຖານໂຄງລ່າງ; ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການພົວພັນຫວຽດນາມ - ອີຢູ ໃຫ້ພັດທະນາຢ່າງແຂງແຮງ, ມີປະສິດທິຜົນກວ່າ, ບົນພື້ນຖານການຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງຜົນປະໂຫຍດ, ໃນນັ້ນມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງທ່ວງທ່າໃຫ້ແກ່ການຮ່ວມມືໃນທຸກຂົງເຂດ; ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສົມທົບກັນແກ້ໄຂບັນດາຂໍ້ຕິດຂັດ, ເພີ່ມທະວີການຮັບມືກັບສິ່ງທ້າທາຍທົ່ວໂລກ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ ເລືອງເກື່ອງ ຢັ້ງຢືນວ່າ ຫວຽດນາມ ແມ່ນຊົນຊາດທີ່ຮັກຫອມສັນຕິພາບ, ຍາມໃດກໍ່ຢຶດໝັ້ນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສະໜັບສະໜູນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ຄັດຄ້ານທຸກຮູບການນໍາໃຊ້ກຳລັງອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດໃນການພົວພັນສາກົນ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ແລະຜູ້ແທນ ພ້ອມດ້ວຍທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ແລະເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອີຢູ ປະຈໍາຫວຽດນາມ. ພາບ: qdnd.vn |
ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກ ອີຢູ, ທ່ານ Julien Guerrier ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອີຢູ ໃນພາກພື້ນ, ພິເສດແມ່ນປະເທດອາຊຽນ ທີ່ມີບັນດາຂໍ້ຕົກລົງຮ່ວມມືກັບອີຢູ ທາງດ້ານການເມືອງ, ການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ໃນສະພາບການພູມສາດການເມືອງ ແລະການຄ້າທົ່ວໂລກສັບສົນໃນປັດຈຸບັນ, ບັນດາເອກອັກຄະລັດຖະທູດ, ອຸປະທູດ ຢັ້ງຢືນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ, ຢັ້ງຢືນວ່າ ອີຢູ ປາດຖະໜາຢາກປະກອບສ່ວນເຂົ້າໃນວິວັດການເຊື່ອມໂຍງ ແລະພັດທະນາຂອງຫວຽດນາມ, ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ກະສິກຳ, ການຢາ, ຍຸຕິທຳ, ແຮງງານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ.
ກ່ຽວກັບບັນຫາທະເລຕາເວັນອອກ, ອີຢູ ໃຫ້ຄຳໝັ້ນສັນຍາສະໜັບສະໜູນຢ່າງແຮງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ, ປັບປຸງສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ.
ທ່ານ ເລືອງເກື່ອງ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ, ອຸປະທູດ ຈະເປັນຂົວຕໍ່ສຳຄັນ, ປະກອບສ່ວນຫຼາຍກວ່າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບອີຢູ ແລະບັນດາປະເທດສະມາຊິກ ໃນໄລຍະຈະມາເຖິງ, ປະກອບສ່ວນນຳການພົວພັນຮ່ວມມື ຫວຽດນາມ - ອີຢູ ພັດທະນາຂຶ້ນສູ່ລະດັບສູງໃໝ່.
ໂດຍ: ໄຊຊະນະ