ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະເຮັດວຽກ ຢູ່ອິນເດຍ
ກປ.ອອນໄລ - ໃນລະຫວ່າງວັນທີ 5-6 ມິຖຸນາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະ ໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ໄປຢ້ຽມຢາມ ແລະເຮັດວຽກ ຢູ່ອິນເດຍ.
ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ມີການແລກປ່ຽນກັບທ່ານ L. Murugan ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານອິນເດຍ; ທ່ານ Gajendra Singh Shekhawat ລັດຖະມົນຕີກະຊວງວັດທະນະທໍາອິນເດຍ; ພົບປະກັບທ່ານ Doraisamy Raja ເລຂາທິການໃຫຍ່ພັກກອມມູນິດອິນເດຍ; ທ່ານ Mariam Alexander Baby ເລຂາທິການໃຫຍ່ພັກກອມມູນິດອິນເດຍມາກຊິດ; ທ່ານ Baijayant Panda ຮອງປະທານ, ໂຄສົກຂອງພັກປະຊາຊົນອິນເດຍ.
    |
 |
|
ສະຫາຍ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ເຮັດວຽກກັບທ່ານ Loganathan Murugan ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານອິນເດຍ. ພາບ: vov.vn |
ທີ່ການພົບປະ ແລະແລກປ່ຽນກັບທ່ານລັດຖະມົນຕີກະຊວງວັດທະນະທຳອິນເດຍ ແລະຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານອິນເດຍ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນອິນເດຍ - ຫວຽດນາມ ໃນໄລຍະມໍ່ໆມານີ້. ສະຫາຍ ຫງວຽນຈ້ອງເຫງ້ຍ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຖືເປັນສໍາຄັນບົດບາດ ແລະ ທີ່ຕັ້ງຂອງອິນເດຍ, ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ໃຫ້ເລິກເຊິ່ງກ່ວາອີກ; ຂອບໃຈການໜູນຊ່ວຍອັນລ້ຳຄ່າ ເຊິ່ງລັດຖະບານ ແລະປະຊາຊົນອິນເດຍ ໄດ້ສະຫງວນໃຫ້ຫວຽດນາມໃນຫຼາຍປີຜ່ານມາ; ສະເໜີສອງຝ່າຍສົມທົບກັນຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ.
    |
 |
|
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຮັດວຽກກັບທ່ານ Gajendra Singh Shekhawat ລັດຖະມົນຕີກະຊວງວັດທະນະທໍາອິນເດຍ. ພາບ: vov.vn |
    |
 |
|
ສະຫາຍ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ຕ້ອນຮັບທ່ານ Doraisamy Raja ເລຂາທິການໃຫຍ່ພັກກອມມູນິດອິນເດຍ (CPI). ພາບ: vov.vn |
ທີ່ການພົບປະກັບທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍ ແລະທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍມາກຊິດ, ສະຫາຍ ຫງວຽນຈ້ອງ ເຫງ້ຍ ຢືນຢັນວ່າ ພັກກອມມູນິດຫວຽດນາມ ປາດຖະໜາຢາກ ເພີ່ມທະວີການພົວພັນກັບບັນດາພັກການເມືອງຢູ່ອິນເດຍ ເພື່ອແນໃສ່ສືບຕໍ່ປັບປຸງພື້ນຖານການພົວພັນດ້ານການເມືອງອັນດີງາມ, ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ; ສະເໜີຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນທິດສະດີ, ແຜນນະໂຍບາຍ ແລະນະໂຍບາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມ; ແບ່ງປັນບົດຮຽນປະສົບການໃນການພັດທະນາພັກ, ບຳລຸງສ້າງພະນັກງານການນຳ, ຂົນຂວາຍມະຫາຊົນ ແລະສື່ມວນຊົນ; ສືບຕໍ່ສົມທົບ ແລະ ສະໜັບສະໜູນທັດສະນະ ແລະແຜນນະໂຍບາຍຂອງກັນຢູ່ບັນດາເວທີປາໄສຫຼາຍຝ່າຍຂອງພັກການເມືອງ.
* ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ ຢູ່ອິນເດຍ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ເປັນປະທານກອງປະຊຸມສໍາມະນາສາກົນ “ປະທານໂຮ່ຈີມິນ ດ້ວຍນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ ຫວຽດນາມ - ອິນເດຍ” ຢູ່ສະຖານທູດຫວຽດນາມ ປະຈຳອິນເດຍ.
ໂດຍ: ທູຈາງ