ທ່ານເລຂາທິການໃຫຍ່ ໂຕເລິມ: “ການປະຢັດແມ່ນໜຶ່ງໃນ 2 ເສົາຄ້ຳເພື່ອມຸ່ງໄປເຖິງຄວາມວັດທະນາຖາວອນ”
ກປ.ອອນໄລ - ການປະຕິບັດການປະຢັດ ແລະຕ້ານການຟູມເຟືອຍແມ່ນ 2 ປັດໄຈປະກອບມີຄວາມຕິດພັນເຊິ່ງກັນ ແລະກັນ, ແມ່ນ 2 ເສົາຄ້ຳມຸ່ງໄປເຖິງຄວາມວັດທະນາຖາວອນ, ຮັ່ງມີສຳລັບທັງຂອບເຂດຄອບຄົວ, ປະເທດຊາດ ແລະສັງຄົມ.
ວັນທີ 01 ມິຖຸນາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນ “ປະຕິບັດການປະຢັດ”, ໃນນັ້ນຊີ້ແຈ້ງວ່າ ການປະຕິບັດການປະຢັດຕ້ອງໄດ້ຮັບຖືເປັນໜຶ່ງໃນບັນດາລັດຖະນະໂຍບາຍແຖວໜ້າໃນສັງກາດພັດທະນາໃໝ່ຂອງຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ການປະຕິບັດການປະຢັດ ແລະຕ້ານການຟູມເຟືອຍແມ່ນ 2 ປັດໄຈປະກອບມີຄວາມຕິດພັນເຊິ່ງກັນແລະກັນ, ແມ່ນ 2 ເສົາຄ້ຳມຸ່ງໄປເຖິງຄວາມວັດທະນາຖາວອນ, ຮັ່ງມີສຳລັບທັງຂອບເຂດຄອບຄົວ, ປະເທດຊາດ ແລະສັງຄົມ.
    |
 |
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ. ພາບ: quochoi.vn |
ເພື່ອສ້າງປະຖົມປັດໄຈຫັນປ່ຽນເປັນພື້ນຖານໃນການປະຕິບັດການປະຢັດຢູ່ຫວຽດນາມ ໃນໄລຍະໃໝ່, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງບັນດາຄວາມຮຽກຮ້ອງຕ້ອງການ, ລວມມີ: ທີ 1, ເປັນເອກະພາບຮັບຮູ້, ປະຕິບັດການປະຢັດ, ຕ້ານການຟູມເຟືອຍແມ່ນໜຶ່ງໃນບັນດາມາດຕະການແກ້ໄຂໂດຍພື້ນຖານ ເພື່ອໃຫ້ປະເທດພັດທະນາຜ່ານຜ່າທຸກສິ່ງທ້າທາຍໃນສະພາບການສາກົນທີ່ມີການຜັນແປຫຼາຍຢ່າງ. ທີ 2, ຜັນຂະຫຍາຍບັນດາມາດຕະການພື້ນຖານຢ່າງແຮງ ເພື່ອສ້າງການຫັນປ່ຽນຢ່າງແທດຈິງໃນການປະຕິບັດການປະຢັດ, ຕ້ານການຟູມເຟືອຍ, ໃນນັ້ນ, ຈຸດສຸມແມ່ນສ້າງຄວາມສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະວິສາຫະກິດ… ທີ 3, ສ້າງວັດທະນະທຳປະຢັດ; ນຳການປະຕິບັດການປະຢັດ, ຕ້ານການຟູມເຟືອຍໃຫ້ກາຍເປັນການກະທຳ “ສະໝັກໃຈ”, “ຕື່ນຕົວ”.
ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ ແລະບັນລຸຜົນສຳເລັດ, ແນ່ນອນວ່າ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕ້ອງອອກເຫື່ອເທແຮງປະຕິບັດການປະຢັດ, ຕ້ານການຟູມເຟືອຍ.
ໂດຍ: ກວຽດເຕິມ