ກອງປະຊຸມສໍາມະນາສາກົນກໍານົດທິດຮັກສາສີສັນພາສາຫວຽດ ໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດ
ກປ.ອອນໄລ -ກອງປະຊຸມສໍາມະນາຢູ່ Fukuoka ເນັ້ນໜັກວ່າ ບົດບາດຮັກສາພາສາຫວຽດ, ວັດທະນະທໍາຫວຽດນາມ ໃຫ້ຊາວຫວຽດນາມ ໜຸ່ມລຸ້ນຕ່າງໆ; ປະກາດໂຄງການປຶ້ມ ແລະເຄືອຂ່າຍສອນພາສາຫວຽດ ໃນທົ່ວໂລກ.
ວັນທີ 31 ພຶດສະພາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Fukuoka, ຍີ່ປຸ່ນ ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ Fukuoka (AVF) ຈັດຕ້ັງກອງປະຊຸມສໍາມະນາ “ຄວາມສໍາຄັນຂອງການສິນສອນ, ຮັກສາພາສາຫວຽດ ແລະວັດທະນະທໍາຫວຽດນາມ ໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”. ກອງປະຊຸມສໍາມະນາດໍາເນີນດ້ວຍຮູບການໂດຍກົງ ແລະອອນລາຍ, ດຶງດູດການເຂົ້າຮ່ວມຂອງຜູ້ແທນ, ນັກຊ່ຽວຊານພາສາຫວຽດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດນັບພັນຄົນ.
    |
 |
|
ບັນຍາກາດທີ່ກອງປະຊຸມສໍາມະນາຢູ່ແຂວງ Fukuoka (ຍີ່ປຸ່ນ). ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານ, ນັກປາຖະກະຖາຊາວຫວຽດນາມ ແລະຍີ່ປຸ່ນ ລາຍງານຫຼາຍບັນຫາກ່ຽວກັບບົດຮຽນສິດສອນ ພາສາຫວຽດ ໃຫ້ເດັກນ້ອຍ ແລະໄວໜຸ່ມຢູ່ຍີ່ປຸ່ນ ເວົ້າສະເພາະ ແລະຕ່າງປະເທດເວົ້າລວມ.
ໃນຂອບເຂດກອງປະຊຸມສໍາມະນາ, ສະມາຄົມຊາວຫວຽດນາມ ຢູ່ Fukuoka ປະກາດໂຄງການຮຽບຮຽງປຶ້ມສອນພາສາຫວຽດ ໃຫ້ເດັກນ້ອຍຢູ່ຍີ່ປຸ່ນ ແລະສ້າງຕັ້ງ “ເຄືອຂ່າຍສອນພາສາຫວຽດນາມ ແລະວັດທະນະທໍາຫວຽດນາມ ຢູ່ຕ່າງປະເທດ” ເພື່ອເຊື່ອມຕໍ່ຖັນແຖວຄູ່ອາຈານ, ນັກຄົ້ນຄວ້າ, ຜູ້ປົກຄອງນັກຮຽນ, ປະຊາຄົມຊາວຫວຽດນາມ ໃນທົ່ວໂລກທີ່ຢາກສອນ ແລະຮັກສາພາສາຫວຽດ, ວັດທະນະທໍາຫວຽດນາມ ປະກອບສ່ວນແຜ່ຂະຫຍາຍມຸນຄ່າວັດທະນະທໍາຫວຽດນາມ ແລະໂຄສະນາ ເຜີຍແຜ່ຮູບພາບຫວຽດນາມ, ຊາວຫວຽດນາມ ອອກສູ່ໂລກ.
ໂດຍ: ໄຊນີດາ