leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: vov.vn

ຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຫວຽດນາມ ໄດ້ເປັນປະທານວາລະປະຊຸມ ຄັ້ງທີ 6 ສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ (ສະພາ) ອາຍຸການ 2021-2026. ເຂົ້າຮ່ວມວາລະປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ທີ່ວາລະປະຊຸມ, ສະພາໄດ້ປຶກສາຫາລື ແລະປະກອບຄຳເຫັນກ່ຽວກັບສະພາບການພົ້ນເດັ່ນໃນໂລກ, ພາກພື້ນ ແລະຢູ່ພາຍໃນປະເທດທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງຫວຽດນາມ; ຕີລາຄາໝາກຜົນການຜັນຂະຫຍາຍປະຕິບັດບາງໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ; ສະເໜີແນະເນື້ອໃນວາລະປະຊຸມຄັ້ງທີ 7 ຂອງສະພາໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການທີ່ກ່ຽວຂ້ອງຈົ່ງສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຕິດແທດ ແລະປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຊີ້ຂາດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານໃຫ້ມີປະສິດທິຜົນ ກໍຄືບັນດາການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ທ່ານກໍ່ເນັ້ນໜັກວ່າ ຕ້ອງສືບຕໍ່ຕິດແທດ, ຕິດຕາມ, ເປັນເຈົ້າການກຳແໜ້ນຢ່າງແໜ້ນແຟ້ນ, ຄົ້ນຄວ້າ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໂລກ, ພາກພື້ນ ກໍຄືຢູ່ພາຍໃນປະເທດຢ່າງໃກ້ຊິດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບໍ່ຄາດຄິດໃນທຸກສະພາບການ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ