ດຶງດູດວິສາຫະກິດອິນເດຍ ລົງທຶນເຂົ້າເຂດເສດຖະກິດດ່ານຊາຍແດນລ້າງເຊິນ
ກປ.ອອນໄລ - ກອງປະຊຸມ “ພົບປະອິນເດຍ 2025” ທີ່ລ້າງເຊິນ ເປີດອອກກາລະໂອກາດຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງທ້ອງຖິ່ນຫວຽດນາມ ແລະວິສາຫະກິດອິນເດຍ ໃນຫຼາຍຂົງເຂດ.
ວັນທີ 31 ພຶດສະພາ, ທີ່ແຂວງລ້າງເຊິນ, ຄະນະກໍາມະການປະຊາຊົນແຂວງລ້າງເຊິນ ສົມທົບກັບສະຖານທູດອິນເດຍ ຈັດຕ້ັງກອງປະຊຸມ “ພົບປະອິນເດຍ 2025”.
ທີ່ກອງປະຊຸມ, ທ່ານນາງ T. Ajungla Jamir ຮອງເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ຕີລາຄາຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ມີການພົວພັນມິດຕະພາບແບບພິເສດກັບອິນເດຍ ໃນຊຸມປີຜ່ານມາ.
ການເຕີບໂຕເສດຖະກິດຢູ່ຫວຽດນາມ ຢ່າງວ່ອງໄວຄືອິນເດຍ ພວມສ້າງອອກບັນດາກາລະໂອກາດໃໝ່ໃຫ້ການພົວພັນເສດຖະກິດ, ການຄ້າ ແລະດໍາເນີນທຸລະກິດສອງຝ່າຍ.
    |
 |
ການນໍາສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງລ້າງເຊິນ ພ້ອມກັບສະຫະສະມາຄົມວິສາຫະກິດອິນເດຍ ຢູ່ຫວຽດນາມ ລົງນາມບົດບັນທຶກຊ່ວຍຈໍາຮ່ວມມືພັດທະນາການລົງທຶນ, ການຄ້າ ແລະການທ່ອງທ່ຽວ. ພາບ: ສໍານັກຂ່າວສານຫວຽດນາມ |
ນອກຈາກການເຄື່ອນໄຫວເສດຖະກິດຢູ່ລະດັບຊາດ, ເລື່ອງເພີ່ມທະວີການຮ່ວມມືລະຫວ່າງອິນເດຍ ກັບບັນດາແຂວງ, ນະຄອນຢູ່ຫວຽດນາມ ກາຍເປັນບຸລິມະສິດຂອງອິນເດຍ. ກອງປະຊຸມ “ພົບປະອິນເດຍ 2025” ຢູ່ແຂວງລ້າງເຊິນ ດ້ວຍການເຂົ້າຮ່ວມຂອງຫຼາຍວິສາຫະກິດອິນເດຍ ແລະແຂວງລ້າງເຊິນໃນບັນດາຂົງເຂດ: ເບິ່ງແຍງດຸແລສຸຂະພາບ, ກະສິກໍາ, ປຸງແຕ່ງສະບຽງອາຫານ... ເປີດອອກກາລະໂອກາດເພື່ອໃຫ້ສອງຝ່າຍສ້າງການເຊື່ອມຕໍ່, ການຮ່ວມມືອັນຍາວນານ, ມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ການນໍາສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງລ້າງເຊິນ ພ້ອມກັບສະຫະສະມາຄົມອິນເດຍ ຢູ່ ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈໍາການຮ່ວມມືພັດທະນາການລົງທຶນ, ການຄ້າ ແລະການທ່ອງທ່ຽວສອງຝ່າຍໃນໄລຍະຈະມາເຖິງ.
ໂດຍ: ໄຊນີດາ