ເຮັດໃຫ້ການພົວພັນ ຫວຽດນາມ-ສີລັງກາ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ສີລັງກາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍທ່ານ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໄດ້ພົບປະກັບທ່ານນາງ Harini Amarasuriya ນາຍົກລັດຖະມົນຕີສີລັງກາ.
ທີ່ການພົບປະ, ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີສອງຝ່າຍຕັ້ງໜ້າສົມທົບກັນຜັນຂະຫຍາຍຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໝາກຜົນແຫ່ງການຢ້ຽມຢາມຫວຽດນາມ ຂອງທ່ານ Anura Kumara Dissanayaka ປະທານາທິບໍດີສີລັງກາ ຫວ່າງມໍ່ໆມານີ້; ເພີ່ມທະວີການພົວພັນດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ມີມາດຕະການລະອຽດແນໃສ່ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ-ກໍ່ສ້າງ, ຊຸກຍູ້ການຮ່ວມມືລະຫວ່າງອົງການຈັດຕັ້ງປະຊາຊົນ ແລະວິສາຫະກິດສອງປະເທດ.
    |
 |
ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ແລະທ່ານນາງ Harini Amarasuriya ນາຍົກລັດຖະມົນຕີສີລັງກາ. ພາບ: ກະຊວງການຕ່າງປະເທດ |
ສ່ວນທ່ານນາງ Harini Amarasuriya ຖືວ່າ ສອງຝ່າຍຄວນແລກປ່ຽນລະອຽດເພື່ອສ້າງເງື່ອນໄຂຊຸກຍູ້ການຮ່ວມມືດ້ານເສດຖະກິດ, ຄື: ຍົກເວັ້ນ ແລະຫຼຸດຜ່ອນລະບຽບການອອກວີຊາ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ແລກປ່ຽນນັກສຶກສາ; ໃຫ້ຮູ້ວ່າ ສີລັງກາ ຢາກຖອດຖອນບົດຮຽນຂອງຫວຽດນາມ ໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ຢືນຢັນວ່າ ສີລັງກາ ປາດຖະໜາຢາກ ແລະພ້ອມທີ່ຈະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ລົງທຶນໂດຍກົງ ຫຼືສ້າງຕັ້ງຮ່ວມທຸລະກິດຢູ່ ສີລັງກາ.
ທ່ານ ຫງວຽນຈ້ອງເຫງ້ຍ ແລະທ່ານນາງ Harini Amarasuriya ສະແດງຄວາມເຫັນດີກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ຄື: ເພີ່ມທະວີການຮ່ວມມືລະຫວ່າງສອງພັກກໍາອໍານາດ, ສ້າງຕັ້ງສາຍການບິນໂດຍກົງແນໃສ່ສ້າງເງື່ອນໄຂໃຫ້ການຮ່ວມມືດ້ານການທ່ອງທ່ຽວ, ການສຶກສາ-ກໍ່ສ້າງ, ພົບປະແລກປ່ຽນວັດທະນະທຳ ແລະປະຊາຊົນ.
ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ມີການພົບປະກັບທ່ານ T.Silva ເລຂາທິການໃຫຍ່ພັກແນວໂຮມປົດປ່ອຍປະຊາຊົນ (JVP), ພັກກໍາອໍານາດ ຢູ່ສີລັງກາ, ຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສີລັງກາ.
ໂດຍ: ເຈິ່ນຮວ່ຽນ