ລັດຖະບານ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ
ກປ.ອອນໄລ - ນັ້ນແມ່ນຄຳຢືນຢັນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເມື່ອເຂົ້າຮ່ວມພິທີວາງສີລາລຶກເຂດພື້ນທີ່ປະດິດສ້າງ CMC (CMC Creative Space-CCS ຮ່າໂນ້ຍ) ໃນຕອນບ່າຍວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ.
ເຫດການດັ່ງກ່າວໄດ້ສ້າງຂີດໝາຍບາດລ້ຽວຍຸດທະສາດໃຫ້ແກ່ກຸ່ມບໍລິສັດເຕັກໂນໂລຊີ CMC ບໍ່ພຽງແຕ່ໃນດ້ານຂະໜາດການລົງທຶນເທົ່ານັ້ນ ຫາກຍັງແມ່ນການກໍານົດທິດພັດທະນາໃນໄລຍະຍາວອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ກຸ່ມບໍລິສັດ CMC ປະຈັນບານໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ ແລະການຫັນເປັນດີຈີຕອນ; ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ; ພ້ອມກັນນັ້ນສ້າງກໍາລັງໜູນ, ແຮງບັນດານໃຈໃຫ້ແກ່ບັນດາວິສາຫະກິດ, ບັນດາຮາກຖານການສຶກສາ, ບຳລຸງສ້າງ, ຄົ້ນຄວ້າ ແລະໃຫ້ທົ່ວສັງຄົມ, ພິເສດແມ່ນໃນໄວໜຸ່ມ; ໜູນຊ່ວຍລຸ້ນໜຸ່ມປະຕິບັດຄວາມຫວັງ, ຄວາມມຸ່ງມາດປາດຖະໜາອຸທິດສ່ວນ, ປະກອບສ່ວນຮັບໃຊ້ປະເທດຊາດພັດທະນາຢ່າງວ່ອງໄວ ແລະຍືນຍົງ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີວາງສີລາລຶກເຂດພື້ນທີ່ປະດິດສ້າງ CMC ຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ |
ປາດຖະໜາວ່າ CMC ກາຍເປັນກຸ່ມບໍລິສັດໃຫຍ່, ນາໆຊາດ, ເຂົ້າຮ່ວມລະບົບຕ່ອງໂສ້ການຜະລິດ ແລະລະບົບມູນຄ່າທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ກຸ່ມບໍລິສັດໃຫ້ປະຕິບັດໜ້າທີ່ຮັບປະກັນຊີວິດສັງຄົມເປັນຢ່າງດີ, ຮັບປະກັນຄວາມເປັນທຳ, ຄວາມສະເໝີພາບໃນການເຂົ້າເຖິງເຕັກໂນໂລຢີ, ພິເສດແມ່ນຜູ້ດ້ອຍໂອກາດ, ເຂດຫ່າງໄກສອກຫຼີກ ແລະບໍ່ປະໃຫ້ໃຜຖືກໄວ້ຢູ່ເບື້ອງຫຼັງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ລັດຖະບານຍາມໃດກໍ່ພ້ອມກັບວິສາຫະກິດ; ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະນະຄອນ ຮ່າໂນ້ຍ ສ້າງເງື່ອນໄຂສະດວກກວ່າ, ໜູນຊ່ວຍບັນດາວິສາຫະກິດເວົ້າລວມ, ໃນນັ້ນມີກຸ່ມບໍລິສັດ CMC, ແກ້ໄຂບັນດາຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດຖ້າເກີດຂຶ້ນຢ່າງທັນການ ເພື່ອໃຫ້ວິສາຫະກິດພັດທະນາ.
ໂດຍ: ທະນາພອນ