ນາຍົກລັດຖະມົນຕີ: ແຕ່ລະຄົນປະກອບສ່ວນ, ແຕ່ລະຄອບຄົວປະກອບສ່ວນ ນໍາປະເທດພັດທະນາຢ່າງວ່ອງໄວ, ຍືນຍົງ
ກປ.ອອນໄລ - ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ສຳນັກງານນາຍົກລັດຖະມົນຕີ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມສົນທະນາກັບວິສາຫະກິດ, ສະຫະສະມາຄົມວິສາຫະກິດເພື່ອປະຕິບັດມະຕິເລກທີ 68-NQ/TW ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນ ໃຫ້ມີປະສິດທິຜົນ. ກອງປະຊຸມສົນທະນາ ໄດ້ຈັດຕ້ັງຕາມຮູບແບບເຊິ່ງໜ້າ ແລະທາງໄກ ທີ່ເຊື່ອມຕໍ່ກັບສໍານັກງານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນໃນທົ່ວປະເທດ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມສົນທະນາ. ພາບ: VGP |
ທີ່ກອງປະຊຸມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄໍາໝັ້ນສັນຍາເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສ້າງຄຸນສົມບັດ, ວັດທະນະທໍາດໍາເນີນທຸລະກິດ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ສັງຄົມ. ວິສາຫະກິດໃຫຍ່ສະແດງຄວາມມານະພະຍາຍາມ, ປະຈັນບານ, ຊັກນໍາ ບັນດາວິສາຫະກິດຂະໜາດໜ້ອຍ ແລະກາງ; ວິສາຫະກິດຂະໜາດໜ້ອຍ ແລະກາງສະແດງການຕັດສິນໃຈພັດທະນາກາຍເປັນວິສາຫະກິດຂະໜາດກາງ ແລະໃຫຍ່.
ກ່າວຄໍາເຫັນທີ່ກອງປະຊຸມສົນທະນາ, ທ່ານ ຟ້າມມິງຈິ໊ງ ຊີ້ແຈ້ງບັນດາມະຕິຂອງກົມການເມືອງ, ສະພາແຫ່ງຊາດ, ລັດຖະບານຢ່າງຄົບຊຸດ, ຄົບຖ້ວນ, ບັນຫາທີ່ໄດ້ວາງອອກ, ຄວາມປາດຖະໜາໃຫຍ່ທີ່ສຸດແມ່ນການຈັດຕັ້ງປະຕິບັດໃຫ້ເປັນຢ່າງດີ ແລະມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງເສີມຂະຫຍາຍຄວາມສາມັກຄີ, ເຫັນດີເປັນເອກະພາບເພື່ອພ້ອມກັນເຮັດ, ດ້ວຍຈິດໃຈ “ພັກໄດ້ຊີ້ນໍາ, ລັດຖະບານເຫັນດີເປັນເອກະພາບ, ສະພາແຫ່ງຊາດເຫັນດີເຫັນພ້ອມ, ປະຊາຊົນສະໜັບສະໜູນ, ປະເທດຊາດ ລໍຄອຍ ພຽງແຕ່ປຶກສາຫາລືເຮັດ, ບໍ່ປຶກສາຫາລືຖອຍຫຼັງ”.
ໂດຍ: ໄຊນີດາ