ຕອນເຊົ້າວັນທີ 2 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານພົນໂທ ຟ້າມຮ່ວາຍນາມ ໄດ້ພົບປະກັບທ່ານ Nenad Miloradovic ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຊີເບຍຮັບຜິດຊອບດ້ານອຸປະກອນ ແລະເຕັກນິກ. ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງ ຫວຽດນາມ ແລະເຊີເບຍ ໃນຫຼາຍຂົງເຂດ; ເຫັນດີເປັນເອກະພາບວ່າ ການພົວພັນດ້ານປ້ອງກັນຊາດສອງຝ່າຍບໍ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີບັນດາຄະນະຜູ້ແທນຂັ້ນສູງ, ການຮ່ວມມືບໍາລຸງສ້າງ, ອຸດສາຫະກຳປ້ອງກັນຊາດ ແລະຂົງເຂດອື່ນໆທີ່ສອງຝ່າຍມີຄວາມຕ້ອງການ ແລະຄວາມສາມາດບົ່ມຊ້ອນ, ມຸ່ງໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນໂທ ຟ້າມຮ່ວາຍນາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານຮອງລັດຖະມົນຕີ Nenad Miloradovic. ພາບ: qdnd.vn

ກ່ຽວກັບການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ຫົວໜ້າຄະນະຜູ້ແທນສອງທ່ານໄດ້ແນະນຳຂະແໜງອຸດສາຫະກຳປ້ອງກັນຊາດຂອງແຕ່ລະຝ່າຍ; ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ພົບປະລະຫວ່າງບັນດາກຸ່ມບໍລິສັດອຸດສາຫະກຳປ້ອງກັນຊາດຂອງແຕ່ລະປະເທດ ເພື່ອຊອກຫາກາລະໂອກາດຮ່ວມມື. ທ່ານພົນໂທ ຟ້າມຮ່ວາຍນາມ ກໍ່ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງເພື່ອນກ່ຽວກັບການຄົ້ນຄວ້າລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ເພື່ອເປັນພື້ນຖານຊຸກຍູ້ການພົວພັນໃນຂົງເຂດນີ້ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ