ຫວຽດນາມ ແລະເຢຍລະມັນ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍົກລະດັບການພົວພັນສອງຝ່າຍໂດຍໄວ
ກປ.ອອນໄລ - ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົນທະນາທາງໂທລະສັບກັບທ່ານ Johann Wadephul ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ.
ທີ່ການສົນທະນາທາງໂທລະສັບ, ທ່ານ ບຸ່ຍແທັງເຊີນ ຕີລາຄາສູງບົດບາດ, ທີ່ຕັ້ງຂອງເຢຍລະມັນ ໃນສະຫະພາບເອີຣົບ (ອີຢູ) ແລະໃນເວທີສາກົນ; ຢັ້ງຢືນວ່າ ເຢຍລະມັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ ເອີລົບ.
ທ່ານ ບຸ່ຍແທັງເຊີນ ສະແດງຄວາມປິຕິຊົມຊື່ນຕໍ່ຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນຮ່ວມມືສອງຝ່າຍ ຫວຽດນາມ-ເຢຍລະມັນ ໃນໄລຍະຜ່ານມາ; ສະເໜີບັນດາການກໍານົດທິດໃຫຍ່ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ ເລິກເຊິ່ງ ແລະແທດຈິງກວ່າອີກໃນບັນດາຂົງເຂດການເມືອງ-ການທູດ, ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ກໍ່ສ້າງ, ພັດທະນາແບບຍືນຍົງ ແລະການພົບປະແລກປ່ຽນປະຊາຊົນ... ໃນໄລຍະຈະມາເຖິງ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສົນທະນາທາງໂທລະສັບກັບທ່ານ Johann Wadephul ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ. ພາບ: baoquocte.vn |
ສ່ວນທ່ານ Johann Wadephul ຢືນຢັນວ່າ ເຢຍລະມັນ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ; ເນັ້ນໜັກວ່າ ລັດຖະບານ ແລະວິສາຫະກິດເຢຍລະມັນ ພ້ອມທີ່ຈະຮ່ວມມືກັບຫວຽດນາມ ໃນຂົງເຂດທີ່ຫວຽດນາມ ເອົາໃຈໃສ່, ໃຫ້ບຸລິມະສິດສູງ, ໃນນັ້ນມີການຫັນປ່ຽນພະລັງງານ.
ສອງຝ່າຍເນັ້ນໜັກເຖິງຄວາມຈຳເປັນຕ້ອງຍົກລະດັບການພົວພັນສອງຝ່າຍໂດຍໄວ; ຊຸກຍູ້ການຂະຫຍາຍຕະຫຼາດຂອງກັນແລະກັນ, ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ ໃຫ້ສໍາເລັດໂດຍໄວ; ນໍາການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີກາຍເປັນເສົາຄ້ຳໃໝ່ໃນການຮ່ວມມືສອງຝ່າຍ, ພິເສດແມ່ນໃນຂົງເຂດພະລັງງານສະອາດ, ເຕັກໂນໂລຊີນາໂນ, ເຕັກໂນໂລຊີ quantum, semiconductors, ການຫັນເປັນດີຈີຕອນ; ຍູ້ແຮງການຮ່ວມມືໃນຂົງເຂດການສຶກສາ ແລະກໍ່ສ້າງວິຊາຊີບ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງການພົວພັນທາງການທູດໃນປີ 2025; ຊຸກຍູ້ການແລກປ່ຽນ ແລະກະກຽມຢ່າງຮອບຄອບຖີ່ຖ້ວນ, ມີປະສິດທິຜົນໃຫ້ການຢ້ຽມຢາມທຸກຂັ້ນ, ພິເສດແມ່ນຂັ້ນສູງ.
ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເຫັນດີຊຸກຍູ້ການແກ້ໄຂການປະທະກັນ, ຂັດແຍ່ງກັນໂດຍສັນຕິວິທີ, ຜ່ານການເຈລະຈາ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.
ໂດຍ: ໄຊຊະນະ