leftcenterrightdel
ທ່ານ ເຈິ່ນລຶວກວາງ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ແລະທ່ານ Komjáthi Imre ປະທານພັກສັງຄົມ ຮຸງກາຣີ (MSZP). ພາບ: qdnd.vn

ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເສີມຂະຫຍາຍມູນເຊື້ອ ແລະຜົນການຮ່ວມມືອັນດີງາມລະຫວ່າງສອງພັກ ແລະສອງປະເທດໃນ 75 ປີຜ່ານມາ, ພັກກອມມູນິດຫວຽດນາມ ແລະ MSZP ຈະເພີ່ມທະວີການແລກປ່ຽນ, ພົບປະ ແລະຮ່ວມມືທາງດ້ານສອງຝ່າຍ ແລະຫຼາຍຝ່າຍ, ສ້າງພື້ນຖານ ແລະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະຮຸງກາຣີ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະພັດທະນາ, ໂດຍສະເພາະແມ່ນໃນສະພາບການພາກພື້ນ ແລະສາກົນພວມມີການປ່ຽນແປງຢ່າງແຂງແຮງ ແລະສັບສົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ຢັ້ງຢືນເປົ້າໝາຍຖືປະຊາຊົນເປັນໃຈກາງຂອງບັນດານະໂຍບາຍ ແລະວິວັດການພັດທະນາ, ສອງຝ່າຍເຫັນດີເປັນເອກະພາບສະໜັບສະໜູນພັດທະນາການພົວພັນລະຫວ່າງຫວຽດນາມ ແລະຮຸງກາຣີ ຢ່າງແຂງແຮງໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະທ່າແຮງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ໃນນັ້ນມີບັນດາຂົງເຂດຮ່ວມມືແບບດັ້ງເດີ່ມ, ຄື: ການສຶກສາ-ບໍາລຸງສ້າງ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ... ເພື່ອສືບທອດ, ເສີມຂະຫຍາຍບັນດາຄຸນຄ່າ, ມູນເຊື້ອອັນດີງາມໂດຍປະທານ ໂຮ່ຈີມິນ ແລະການນໍາຮຸ່ນຕ່າງໆຂອງສອງປະເທດ ໄດ້ກໍ່ຕັ້ງ, ຖະນຸຖະໜອມ ແລະເພີ່ມພູນຄູນສ້າງ.

ໂດຍ: ໄຊຊະນະ