Vietnam Airlines ຕ້ອງພັດທະນາຢ່າງທັນສະໄໝ, ສີຂຽວ, ວ່ອງໄວ, ຍືນຍົງ, ປອດໄພ ແລະເຕັມໄປດ້ວຍສີສັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, Vietnam Airlines ຕ້ອງຕິດຕາມ, ກຳແໜ້ນສະພາບການ, ທ່າອ່ຽງພັດທະນາຂອງໂລກ ເພື່ອເປັນເຈົ້າການ, ຍາດແຍ່ງກາລະໂອກາດພັດທະນາ; ປ່ຽນແປງໃໝ່ຈິນຕະນາການ, ຍາມໃດກໍປ່ຽນແປງໃໝ່ປະດິດຄິດສ້າງ; ລະດົມກຳລັງແຮງສັງລວມບໍ່ພຽງແຕ່ໃນລະບົບຂອງ Vietnam Airlines ເທົ່ານັ້ນ ຫາກຍັງນັບທັງກຳລັງແຮງຂອງທົ່ວປວງຊົນ, ສັງຄົມ ແລະວິສາຫະກິດອື່ນອີກດ້ວຍ; ມີວິໄສທັດມອງກວ້າງເຫັນໄກ, ຄິດເລິກ, ເຮັດໃຫຍ່.
    |
 |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
“Vietnam Airlines ຕ້ອງພັດທະນາຢ່າງທັນສະໄໝ, ສີຂຽວ, ວ່ອງໄວ, ຍືນຍົງ, ປອດໄພ ແລະເຕັມໄປດ້ວຍສິສັນ” ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຢູ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) (27/5/1995 – 27/5/2025) ແລະຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ ຍ້ອນມີຜົນງານດີເດັ່ນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມ ແລະການເຊື່ອມໂຍງສາກົນຂອງປະເທດຊາດ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 1 ມິຖຸນາ ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, Vietnam Airlines ຕ້ອງຕິດຕາມ, ກຳແໜ້ນສະພາບການ, ທ່າອ່ຽງພັດທະນາຂອງໂລກ ເພື່ອເປັນເຈົ້າການ, ຍາດແຍ່ງກາລະໂອກາດພັດທະນາ; ປ່ຽນແປງໃໝ່ຈິນຕະນາການ, ຍາມໃດກໍປ່ຽນແປງໃໝ່ປະດິດຄິດສ້າງ; ລະດົມກຳລັງແຮງສັງລວມບໍ່ພຽງແຕ່ໃນລະບົບຂອງ Vietnam Airlines ເທົ່ານັ້ນ ຫາກຍັງນັບທັງກຳລັງແຮງຂອງທົ່ວປວງຊົນ, ສັງຄົມ ແລະວິສາຫະກິດອື່ນອີກດ້ວຍ; ມີວິໄສທັດມອງກວ້າງເຫັນໄກ, ຄິດເລິກ, ເຮັດໃຫຍ່. Vietnam Airlines ຕ້ອງບິນໃຫ້ສູງ, ໃຫ້ໄກ, ໃຫ້ກວ້າງທົ່ວ 5 ທະວີບ ເພື່ອເປີດກວ້າງພົມແດນ, ການເຊື່ອມຕໍ່ຫວຽດນາມ ກັບໂລກ, ເຊື່ອມຕໍ່ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ, ພົວພັນແລກປ່ຽນປະຊາຊົນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ