leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ (ຂວາ) ຕ້ອນຮັບທ່ານ Rogelio Sierra Diaz ເອກອັກຄະລັດຖະທູດ, ຫົວໜ້າສະຖາບັນການພົວພັນສາກົນຂັ້ນສູງ Raul Roa Garcia. ພາບ: ແທ່ງລອງ

ຂໍຮຽນທ່ານ Rogelio Sierra Diaz, ທ່ານ ສາມາດແບ່ງປັນບັນດາໝາກຜົນພົ້ນເດັ່ນໃນການຢ້ຽມຢາມຫວຽດນາມ ດ້ວຍບັນດາການພົບປະ, ການເຮັດວຽກກັບການນໍາກະຊວງການຕ່າງປະເທດ, ບັນດາອົງການຈັດຕ້ັງ, ສະຖາບັນຄົ້ນຄວ້າແຖວໜ້າຂອງຫວຽດນາມ?

ການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຄັ້ງນີ້ຂອງຂ້າພະເຈົ້າ ແຕ່ວັນທີ 28-31 ພຶດສະພາ, ສາມາດເວົ້າໄດ້ວ່າແມ່ນການປະຕິບັດງານທີ່ປະສົບຜົນສໍາເລັດທີ່ສຸດ, ພິເສດໃນປີນີ້, ສອງຝ່າຍໄດ້ພ້ອມກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນປີມິດຕະພາບກູບາ-ຫວຽດນາມ. ຈຸດປະສົງຂອງການຢ້ຽມຢາມແມ່ນຊຸກຍູ້, ເພີ່ມທະວີການເຊື່ອມຕໍ່ກັບບັນດາສະຖາບັນຄົ້ນຄວ້າ, ຮາກຖານການສຶກສາ, ບັນດາມະຫາວິທະຍາໄລຂອງຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດຄົ້ນຄວ້າກ່ຽວກັບການເມືອງ-ການຕ່າງປະເທດ, ວິຊາການສຶກສາ ແລະການພົວພັນສາກົນ.

ກ່ຽວກັບໝາກຜົນລະອຽດຂອງການຢ້ຽມຢາມ, ພວກຂ້າພະເຈົ້າ ໄດ້ເຫັນດີເປັນເອກະພາບກັບບັນດາມະຫາວິທະຍາໄລ, ບັນດາອົງການຮ່ວມມືບໍາລຸງສ້າງເພື່ອແລກປ່ຽນບົດຂຽນວິທະຍາສາດກ່ຽວກັບການພົວພັນສາກົນເພື່ອລົງພິມ, ເຜີຍແຜ່ໃນສື່ມວນຊົນ, ວາລະສານລົງເລິກຂະແໜງການຂອງແຕ່ລະປະເທດ; ສ້າງຕັ້ງຮູບການຄົ້ນຄວ້າລວມລະຫວ່າງບັນດານັກຮຽນຮູ້ຂອງສະຖາບັນການພົວພັນສາກົນຂັ້ນສູງ Raul Roa Garcia ກັບບັນດາອົງການຈັດຕັ້ງ, ຫົວໜ່ວຍວິຊາການສຶກສາຂອງຫວຽດນາມ. ພວກຂ້າພະເຈົ້າ ກໍ່ເຫັນດີເປັນເອກະພາບຕໍ່ການຮ່ວມມື, ເຂົ້າຮ່ວມບັນດາກອງປະຊຸມສໍາມະນາສາກົນທີ່ຈັດຂຶ້ນຢູ່ແຕ່ລະປະເທດ ແລະເຊີນບັນດາຄູ່ຮ່ວມມືເຂົ້າຮ່ວມ. ສໍາລັບສະຖາບັນການຕ່າງປະເທດຫວຽດນາມ, ພວກຂ້າພະເຈົ້າ ໄດ້ນຳໃຊ້ຂໍ້ຕົກລົງຮ່ວມມືສະບັບໜຶ່ງລະຫວ່າງສອງຝ່າຍໃນການແລກປ່ຽນວິຊາການສຶກສາ, ແລກປ່ຽນນັກສຶກສາ...

leftcenterrightdel
ທ່ານ Rogelio Sierra Diaz ເອກອັກຄະລັດຖະທູດ ໃຫ້ສໍາພາດຕໍ່ສື່ມວນຊົນ. ພາບ: ແທ່ງລອງ

ເຄີຍດໍາລົງຕໍາແໜ່ງຮອງລັດຖະມົນຕີການຕ່າງປະເທດກູບາ ເປັນເວລາກວ່າໜຶ່ງທົດສະວັດ, ທ່ານ ມີຂໍ້ສັງເກດຄືແນວໃດກ່ຽວກັບປະຫວັດສາດ, ລັກສະນະໝັ້ນແກ່ນ ແລະນ້ຳໃຈສັດຊື່ບໍລິສຸດລະຫວ່າງສອງຊາດຫວຽດນາມ-ກູບາ ຜ່ານໄລຍະການປະຕິວັດ ແລະພັດທະນາ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ?

ການພົວພັນລະຫວ່າງກູບາ ແລະຫວຽດນາມ ມີຄວາມໝັ້ນແກ່ນທີ່ສຸດ, ຄວາມສາມັກຄີແບບພິເສດທີ່ຫາຍາກໃນປະຫວັດສາດການພົວພັນສາກົນ. ກະແສການພົວພັນລະຫວ່າງສອງປະເທດໄດ້ເລີ່ມຕົ້ນມາແຕ່ໄລຍະການປະຕິວັດກູບາ ສໍາເລັດ ປີ 1959, ໃນໄລຍະເວລາທີ່ຫວຽດນາມ ກຳລັງດໍາເນີນການຕໍ່ສູ້ຕ້ານບັນດາອິດທິກຳລັງຈັກກະພັດຜູ້ຮຸກຮານ.

ການພົວພັນທີ່ສັດຊື່ບໍລິສຸດ, ຈົ່ງຮັກພັກດີລະຫວ່າງສອງປະເທດນັບແຕ່ນັ້ນມາ ຍາມໃດການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດກໍ່ໄດ້ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງເຖິງຖອງເຊິ່ງກັນ ແລະກັນ. ພວກເຮົາອາດຈະຈື່ການຢ້ຽມຢາມຫວຽດນາມ ຄັ້ງປະຫວັດຂອງທ່ານ Fidel Castro ຜູ້ບັນຊາການສູງສຸດ  ແລະໄປຮອດເຂດສູ້ຮົບ ກວ໋າງຈິ ໃນປີ 1973 ໃນຂະນະທີ່ສະຖານທີ່ແຫ່ງນີ້ຍັງເກີດສົງຄາມ.

ໂດຍສືບທອດມູນເຊື້ອທີ່ດີງາມນັ້ນ, ປະຈຸບັນ, ການສະໜັບສະໜູນ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດຢູ່ເວທີປາໄສຫຼາຍຝ່າຍ, ປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທໍາຂອງກັນລະຫວ່າງສອງປະເທດ ສືບຕໍ່ເປັນພະຍານຫຼັກຖານໃຫ້ແກ່ການພົວພັນສັດຊື່ບໍລິສຸດ, ຄວາມສາມັກຄີພິເສດລະຫວ່າງສອງຊາດ. ຈາກການພົວພັນມິດຕະພາບທີ່ເປັນມູນເຊຶ້ອ, ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ຕ້ານສັດຕູ,  ປະຈຸບັນສອງປະເທດໄດ້ສືບຕໍ່ເປີດກວ້າງ, ຍົກລະດັບການພົວພັນໃນຂົງເຂດເສດຖະກິດ ແລະຫຼາຍຂົງເຂດອື່ນອີກ, ສິ່ງເຫຼົ່ານີ້ໄດ້ຊ່ວຍເຮັດໃຫ້ການພົວພັນແບບພິເສດຂອງສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ການພົວພັນລະຫວ່າງຫວຽດນາມ ແລະກູບາ ນັບມື້້ນັບໄດ້ຮັບການເປີດກວ້າງ, ມີຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດໃນນັ້ນມີກະສິກໍາ. ຫວ່າງແລ້ວນີ້, ການຮ່ວມມື, ຊ່ວຍເຫຼືອຂອງຫວຽດນາມ ໃນນັ້ນ ມີການຜະລິດເຂົ້າສານຢູ່ທົ່ງນາຂອງກູບາ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ ແລະການສະໜັບສະໜູນຂອງຫວຽດນາມ ລ້ວນແຕ່ກຳລັງປະສົບຜົນສໍາເລັດທີ່ສຸດ.

ໝາກຜົນທີ່ປະທັບໃຈນີ້ແມ່ນພະຍານຫຼັກຖານທີ່ລະອຽດກ່ຽວກັບການຫັນຄໍາຊີ້ນໍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນການຢ້ຽມຢາມກູບາຄັ້ງປະຫວັດສາດໃນເດືອນກັນຍາ 2024 ໃຫ້ປະກົດຜົນເປັນຈິງ. ປະຈຸບັນ, ສະມັດຕະພາບເຂົ້າທີ່ບັນລຸໄດ້ຈາກຮູບແບບການປູກຝັງດ້ວຍການຊ່ວຍເຫຼືອຂອງຫວຽດນາມ ລ້ວນແຕ່ສູງກວ່າບັນດາຮູບແບບການຜະລິດກ່ອນນີ້ຢູ່ກູບາ, ສິ່ງເຫຼົ່ານີ້ໄດ້ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ພວກຂ້າພະເຈົ້າ ເທື່ອລະກ້າວ.

ສະຖາບັນການພົວພັນສາກົນຂັ້ນສູງ Raul Roa Garcia ປຽບເໝືອນດັ່ງອູ່ແຫ່ງການກໍ່ສ້າງພະນັກງານການທູດລຸ້ນຕ່າງໆໃຫ້ແກ່ກູບາ. ທ່ານ ສາມາດໃຫ້ຮູ້ກ່ຽວກັບໂຮງຮຽນພິເສດຫຼັງນີ້ ແລະການປະກອບສ່ວນຂອງສະຖາບັນໃຫ້ພື້ນຖານການຕ່າງປະເທດປະຕິວັດກູບາ ຕື່ມອີກ?

ສະຖາບັນການພົວພັນສາກົນ Raul Roa Garcia ມີປະຫວັດການສ້າງຕັ້ງກວ່າ 45 ປີ. ສາມາດເວົ້າເຖິງບົດບາດການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງການຕ່າງປະເທດຂອງກູບາ ນັບແຕ່ຊຸມປີທໍາອິດເມື່ອການປະຕິວັດກູບາ ປະສົບຜົນສໍາເລັດໃນຊຸມປີ 1960. ຢູ່ກູບາ, ສະຖາບັນການພົວພັນສາກົນຂັ້ນສູງ Raul Roa Garcia ແມ່ນອົງການຫຼັກແຫຼ່ງໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດກ່ຽວກັບການພົວພັນສາກົນໃຫ້ປະເທດພວກຂ້າພະເຈົ້າ.

ພະນັກງານຂອງກະຊວງການຕ່າງປະເທດກູບາ ເກືອບທັງໝົດລ້ວນແຕ່ໄດ້ກໍ່ສ້າງຢູ່ໂຮງຮຽນທີ່ມີປະຫວັດອັນຍາວນານແຫ່ງນີ້. ດ້ວຍບົດບາດສໍາຄັນຄືແນວນັ້ນ, ສະຖາບັນພວກຂ້າພະເຈົ້າ ມີຄວາມຮັບຜິດຊອບ ແລະຍາມໃດກໍ່ໃຫ້ຄໍາໝັ້ນສັນຍາສູງສຸດໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຂະແໜງການຕ່າງປະເທດກູບາ. ບໍ່ພຽງແຕ່ສະໜອງຖັນແຖວພະນັກງານການທູດຢູ່ພາຍໃນປະເທດເທົ່ານັ້ນ, ສະຖາບັນຍັງແມ່ນບ່ອນກໍ່ສ້າງທີ່ສາມາດເວົ້າໄດ້ວ່າແມ່ນພະນັກງານການທູດທັງໝົດຂອງກູບາ ທີ່ເຮັດວຽກຢູ່ບັນດາອົງການການທູດທີ່ປະຈຳຢູ່ຕ່າງປະເທດ ແລະບັນດາອົງການຈັດຕ້ັງສາກົນ.

ການຢ້ຽມຢາມຫວຽດນາມ ຂອງທ່ານເອກອັກຄະລັດຖະທູດໃນສະພາບການທີ່ສອງປະເທດພວມຈັດຕ້ັງຫຼາຍເຫດການສະເຫຼີມສະຫຼອງປີມິດຕະພາບຫວຽດນາມ-ກູບາ. ເນື່ອງໃນໂອກາດນີ້, ທ່ານ ມີສານໃດແດ່ທີ່ຈະສົ່ງເຖິງເພື່ອນຜູ້ອ່ານ, ຜູ້ທີ່ມີຄວາມສົນໃຈຕິດຕາມສະພາບການຢູ່ກູບາ ແລະບາດກ້າວພັດທະນາໃໝ່ໃນການພົວພັນສອງຝ່າຍ?

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນມາຍັງປະຊາຊົນຫວຽດນາມ ສືບຕໍ່ບັນລຸໄດ້ຜົນສໍາເລັດຕື່ມອີກໃນການພັດທະນາ ແລະໃນຄວາມກ້າວໜ້າຂອງປະເທດ, ໃນບັນດາຂົງເຂດທັງໝົດ, ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນຫວຽດນາມ ຫຼາຍກວ່າເກົ່າ, ພ້ອມກັບປະເທດກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນຄົງ, ສະຫງ່າງາມ ແລະສົດໃສ່ກວ່າອີກ.

ໂດຍ: ໄຊນີດາ