ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Pete Hegseth. ທີ່ການພົບປະ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນ; ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ຮ່ວມມືກວ່າອີກບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສັນຕິພາບ, ສະຖຽນລະພາບ, ພັດທະນາຂອງພາກພື້ນ ແລະໃນໂລກ.
    |
 |
|
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມການເຈລະຈາ Shangri-La ຄັ້ງທີ 22. ພາບ: qdnd.vn |
ທ່ານ ລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມທີ່ຈະເຂົ້າຮ່ວມຜັນຂະຫຍາຍເນື້ອໃນບັນຈຸໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພ້ອມທັງປາດຖະໜາຢາກອາເມລິກາ ພ້ອມກັບຫວຽດນາມ ຕັ້ງໜ້າເຈລະຈາເພື່ອບັນລຸໄດ້ນະໂຍບາຍພາສີທີ່ສອດຄ່ອງ, ມີຜົນປະໂຫຍດໃຫ້ແກ່ສອງຝ່າຍໂດຍໄວ.
* ໃນວັນດຽວກັນ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີປະສານງານບໍລິຫານພາກລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Chan Chun Sing.
ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າເລື່ອງສອງຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນມີນາ 2025 ເປີດ ໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຈະມີບັນດາບາດກ້າວໃໝ່, ແຂງແຮງກວ່າ, ມີເນື້ອແທ້ ແລະມີປະສິດທິຜົນກວ່າ, ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນຫວຽດນາມ-ສິງກະໂປ. ທ່ານລັດຖະມັນຕີ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງທີ່ຕ້ັງ, ບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງສິງກະໂປ ຕໍ່ກັບບັນດາບັນຫາສາກົນ ແລະພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຍົກສູງທີ່ຕ້ັງຂອງອາຊຽນ ໃນພາກພື້ນ ແລະເວທີປາໄສສາກົນ;...
ວັນທີ 31 ພຶດສະພາ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດນິວຊີແລນ Judith Collins. ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະຕີລາຄາສູງທ່າໄດ້ປຽບ, ທີ່ຕັ້ງຂອງນິວຊີແລນ ໃນພາກພື້ນ ແລະເວທີສາກົນ. ສອງປະເທດແບ່ງປັນທັດສະນະ, ຜົນປະໂຫຍດໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດທັງໝົດ ແລະກົດໝາຍສາກົນ. ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ກຸມພາ 2025 ແມ່ນຂີດໝາຍສໍາຄັນ, ເປີດກາລະໂອກາດຮ່ວມມືໃໝ່ໃນຂົງເຂດຕ່າງໆ, ໃນນັ້ນມີປ້ອງກັນຊາດ.
ໃນວັນດຽວກັນ, ທ່ານລັດຖະມົນຕີ ຟ້ານວັນຢາງ ໄດ້ມີການພົບປະສອງຝ່າຍກັບທ່ານ ປອ Bastian Giegerich, ຜູ້ອໍານວຍການໃຫຍ່ ທັງເປັນຜູ້ອໍານວຍການບໍລິຫານ IISS.
ທີ່ການພົບປະ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ຟານວັນຢາງ ປາດຖະໜາວ່າກະຊວງປ້ອງກັນປະເທດຫວຽດນາມ ຈະໄດ້ຕ້ອນຮັບບັນດາການນໍາ, ນັກຊ່ຽວຊານຄົ້ນຄວ້າຂອງ IISS ມາຢ້ຽມຢາມຫວຽດນາມ ເພື່ອແລກປ່ຽນທັດສະນະ, ແບ່ງປັນບົດຮຽນ, ຊອກຫາຄວາມສາມາດຮ່ວມມື, ຄົ້ນຄວ້າວິຊາການສຶກສາລະຫວ່າງ IISS ກັບບັນດາອົງການຄົ້ນຄວ້າດ້ານປ້ອງກັນຊາດຂອງຫວຽດນາມ; ຢັ້ງຢືນວ່າກະຊວງປ້ອງກັນປະເທດຫວຽດນາມ ຈະອໍານວຍຄວາມສະດວກເພື່ອໃຫ້ບັນດາອົງການຄົ້ນຄວ້າສັງກັດ ສືບຕໍ່ຊຸກຍູ້ການຮ່ວມມືກັບ IISS, ຕັ້ງໜ້າຈັດສົ່ງຄະນະໄປເຂົ້າຮ່ວມບັນດາການເຄື່ອນໄຫວ ເຊິ່ງ IISS ຈັດຕັ້ງໂດຍໄດ້ຮັບຄໍາເຊີນຈາກ IISS.
ໂດຍ: ໄຊນີດາ