ຫວຽດນາມ ແລະເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ
ກປ.ອອນໄລ - ໂດຍຮັບຄຳເຊີນຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີເວເນຊູເອລາ, ແຕ່ວັນທີ 27 - 31 ພຶດສະພາ, ຄະນະຜູ້ແທນກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ນໍາໂດຍທ່ານ ສຈ.ປອ ຕື່ມິງເຝືອງ ປະທານສະພາສະຖາບັນເຕັກໂນໂລຊີໄປສະນີໂທລະຄົມມະນາຄົມຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ເວເນຊູເອລາ; ເຂົ້າຮ່ວມພິທີເປີດນໍາໃຊ້ມະຫາວິທະຍາໄລວິທະຍາສາດແຫ່ງຊາດເວເນຊູເອລາ (UNC) ແລະເຂົ້າຮ່ວມກອງປະຊຸມສາກົນ ດ້ວຍຫົວຂໍ້ “ເຕົ້າໂຮມວິທະຍາສາດ ເພື່ອອະນາຄົດແບ່ງປັນ”.
    |
 |
ທ່ານນາງ Gabriela Jimenez Ramirez ຮອງປະທານາທິບໍດີ, ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີເວເນຊູເອລາ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ. ພາບ: vov.vn |
ໃນໄລຍະຢ້ຽມຢາມ, ຄະນະ ໄດ້ພົບປະກັບທ່ານນາງ Gabriela Jimenez Ramirez ຮອງປະທານາທິບໍດີ, ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີເວເນຊູເອລາ. ກ່າວຄໍາເຫັນທີ່ການພົບປະ, ທ່ານນາງ Gabriela Jimenez Ramirez ໃຫ້ຮູ້ວ່າ ເວເນຊູເອລາ ປາດຖະໜາຢາກໃຫ້ຫວຽດນາມ ແບ່ງປັນບັນດາບົດຮຽນໃນບັນດາຂົງເຂດ ເຊິ່ງຫວຽດນາມ ມີທ່າແຮງ ຄື ປັນຍາປະດິດ, ນະວັດຕະກໍາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ...
ສ່ວນທ່ານ ຕື່ມິງເຝືອງ ຊີ້ແຈ້ງວ່າ ຫວຽດນາມ ພ້ອມທີ່ຈະຊຸກຍູ້ການຮ່ວມມືກັບເວເນຊູເອລາ ໃນຂົງເຂດວິທະຍາສາດ, ເຕັກໂນໂລຢີເພື່ອພ້ອມກັນມຸ່ງເຖິງການສ້າງສາປະເທດໃຫ້ພັດທະນາ ແລະວັດທະນາຖາວອນ.
ໃນຂອບເຂດການຢ້ຽມຢາມ, ສະຖາບັນເຕັກໂນໂລຊີໄປສະນີໂທລະຄົມມະນາຄົມຫວຽດນາມ ແລະມະຫາວິທະຍາໄລວິທະຍາສາດແຫ່ງຊາດເວເນຊູເອລາ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ຕາມນັ້ນແລ້ວ ສອງມະຫາວິທະຍາໄລ ຈະສຸມໃສ່ແລກປ່ຽນບັນດາໂຄງການ ແລະແຜນການຮ່ວມມືໃນຂົງເຂດການສຶກສາ ແລະບຳລຸງສ້າງ, ຊຸກຍູ້ການພົບປະແລກປ່ຽນວິຊາການລະຫວ່າງອາຈານ ແລະນັກສຶກສາ ກໍຄືຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະຫວ່າງສອງມະຫາວິທະຍາໄລ.
ໂດຍ: ໄຊນີດາ