ແບ່ງປັນກ່ຽວກັບຄວາມສາມາດການຮ່ວມມືໃນຂົງເຂດ AI ລະຫວ່າງ ອາຊຽນ ແລະ GCC ເພື່ອພ້ອມກັນພັດທະນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຖືວ່າ AI ເຮັດໃຫ້ການພົວພັນລະຫວ່າງຄົນກັບຄົນ, ການຜະລິດ - ດໍາເນີນທຸລະກິດດີຂຶ້ນ, ຮັບໃຊ້ການພັດທະນາຢ່າງວ່ອງໄວ ແລະຍືນຍົງ. ດັ່ງນັ້ນ, ທຸກຄົນ ແລະທຸກວິສາຫະກິດຕ້ອງນໍາໃຊ້ AI. ການພັດທະນາ, ນຳໃຊ້ AI ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ການເລືອກເອົາຍຸດທະສາດ, ບຸລິມະສິດແຖວໜ້າຂອງແຕ່ລະປະເທດ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ວາລະປຶກສາຫາລື. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຖືວ່າ AI ກໍ່ຄືມະນຸດ, ມີທັງຈຸດດີ ແລະຂໍ້ຈຳກັດ. ສິ່ງທີ່ສໍາຄັນແມ່ນຕ້ອງເສີມຂະຫຍາຍຈຸດດີ ແລະຈໍາກັດຂໍ້ຫຍໍ້ທໍ້ຂອງ AI. ມະນຸດ ປະດິດ ແລະສ້າງ AI. ດັ່ງນັ້ນ, ບໍ່ສາມາດເພື່ອ AI ຊະນະມະນຸດ ແລະສົ່ງຜົນກະທົບບໍ່ດີຕໍ່ມະນຸດ.
ເຖິງຢ່າງໃດກໍ່ຕາມ, ດ້ວຍທັດສະນະທີ່ບໍ່ມີໃຜສາມາດແກ້ໄຂໄດ້, AI ແມ່ນບັນຫາທົ່ວໂລກ, ຮອບດ້ານ, ທົ່ວປວງຊົນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ເຂົ້າເຖິງ AI ຢ່າງສະເໝີພາບ, ທັງສ້າງການພັດທະນາ AI ຢ່າງບໍ່ຢຸດຢັ້ງ, ພ້ອມທັງຮັບປະກັນລັກສະນະເປັນເຈົ້າຕົນເອງ, ເຊື່ອມໂຍງ ແລະມະນຸດສະທໍາໃນການພັດທະນາ AI.
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຖືວ່າ: ອາຊຽນ, GCC ແລະຈີນ ສາມາດສົມທົບກັນ ແລະໜູນຊ່ວຍກັນເພື່ອໝູນໃຊ້, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອກາດທີ່ພົ້ນເດັ່ນ, ທ່າໄດ້ປຽບແກ່ງແຍ້ງຂອງແຕ່ລະຝ່າຍ, ເພື່ອ “ພ້ອມກັນແບ່ງປັນວິໄສທັດ ແລະການກະທໍາ, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນຊະນະ, ພ້ອມກັນພັດທະນາ ແລະພ້ອມກັນມີຄວາມມ່ວນຊື່ນ, ມີຄວາມຜາສຸກ".
* ຕອນເຊົ້າວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະກ່າວຄຳເຫັນທີ່ມະຫາວິທະຍາໄລແຫ່ງຊາດ ມາເລເຊຍ (UKM). ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ການພົວພັນ ຫວຽດນາມ-ມາເລເຊຍ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານເສດຖະກິດ, ເລິກເຊິ່ງທາງດ້ານວັດທະນະທຳ, ມີວິໄສທັດກວ້າງຂວາງ, ມີເປົ້າໝາຍລວມແມ່ນການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະເພື່ອອະນາຄົດອັນດີງາມຂອງປະຊາຊົນ; ຮ່ວມກັນຂຽນເລື່ອງຂອງອາຊີຕາເວັນອອກສ່ຽງໃຕ້ - ຈຸດສຸມຂອງການຂະຫຍາຍຕົວ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະຜູ້ແທນ, ຄະນະການນໍາມະຫາວິທະຍາໄລແຫ່ງຊາດມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໃນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ Kuala Lumpur. ຕອນບ່າຍວັນທີ 28 ພຶດສະພາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຫວຽດນາມ ໄດ້ອອກຈາກ Kuala Lumpur ກັບຄືນປະເທດຫວຽດນາມ, ສິ້ນສຸດການຢ້ຽມຢາມຢ່າງຈົບງາມ.
ໂດຍ: ຈາງຫງວຽນ