ທີ່ການຕ້ອນຮັບ, ທ່ານ ຫງວຽນຢຸຍງອັກ ຕີລາຄາສູງທ່າອ່ຽງພັດທະນາອັນດີງາມໃນທຸກຂົງເຂດຂອງການພົວພັນສອງພັກ, ສອງລັດ ໃນໄລຍະຜ່ານມາ, ພິເສດແມ່ນຜົນສໍາເລັດຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງວັນທີ 14-15 ເມສາ ຜ່ານມາບັນລຸໄດ້ຫຼາຍຄວາມຮັບຮູ້ລວມທີ່ສຳຄັນ, ກໍານົດທິດການພັດທະນາຢ່າງໝັ້ນຄົງ, ປອດໃສ, ຍືນຍົງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

leftcenterrightdel
ທ່ານ ຫງວຽນຢຸຍງອັກ ຫົວໜ້າຄະນະກຳມະການກວດກາສູນກາງ ແລະທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ບົນພື້ນຖານອັນດີງາມຂອງການພົວພັນສອງຝ່າຍໃນປະຈຸບັນ, ທ່ານ ຫງວຽນຢຸຍງອັກ ຫວັງວ່າ ຝ່າຍ ຈີນ ຈະສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະທຸກຂັ້ນເປັນປະຈຳ. ຫວຽດນາມ ປາດຖະໜາຢາກ ຈີນ ເພີ່ມທະວີການແບ່ງປັນບົດຮຽນໃນວຽກງານກວດກາ, ຕິດຕາມກວດກາ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ຫຍໍ້ທໍ້; ຜັນຂະຫຍາຍການຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານ; ສອງຝ່າຍສົມທົບກັນຈັດຕັ້ງປີແຫ່ງພົບປະແລກປ່ຽນມະນຸດສະທຳ ຫວຽດນາມ-ຈີນ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດເປັນຢ່າງດີ; ໜູນຊ່ວຍ, ແບ່ງປັນບົດຮຽນກ່ຽວກັບການສ້າງຫໍພິພິທະພັນພັກກອມມູນິດ.

leftcenterrightdel
ຜູ້ແທນເຂົ້າຮ່ວມການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເອກອັກຄະລັດຖະທູດ He Wei ອວຍພອນບັນດາຜົນງານສຳຄັນທີ່ຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນຳ, ເປັນຕົ້ນແມ່ນບັນດາໝາກຜົນສຳຄັນໃນການປະຕິຮູບ, ກະທັດຮັດກົງຈັກ, ພັດທະນາກຳລັງຜະລິດໃໝ່, ນຳຫວຽດນາມ ເຂົ້າສູ່ສັງກາດພັດທະນາໃໝ່ຂອງຊາດ. ເນັ້ນໜັກວ່າ ການພົວພັນສອງພັກ, ສອງລັດ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ທ່ານ He Wei ໃຫ້ຮູ້ວ່າ ຈີນ ພວມຊຸກຍູ້ການຫັນປະຕິບັດຄວາມຮັບຮູ້ລວມລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ, ນໍາການພົວພັນສອງພັກ, ສອງລັດ ຂຶ້ນສູ່ລະດັບສູງໃໝ່ ໃຫ້ປະກົດຜົນເປັນຈິງ...

ໂດຍ: ເຈິ່ນຮວ່ຽນ