ປະທານາທິບໍດີ ຝຣັ່ງ ແລະພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 27 ພຶດສະພາ, ທ່ານ Emmanuel Macron ປະທານາທິບໍດີຝຣັ່ງ ແລະພັນລະຍາ Brigitte Macron ໄດ້ອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 25 ຫາວັນທີ 27 ພຶດສະພາ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມເຮັດວຽກ-ຮັບປະທານອາຫານເຊົ້າຕາມຄຳເຊີນຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ. ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບຂໍ້ມູນຂ່າວສານ ແລະແລກປ່ຽນທັດສະນະ, ວິໄສທັດ ແລະຄວາມຕ້ອງການຮ່ວມມືໃນວິວັດທະນາການຫັນປ່ຽນພະລັງງານຂອງແຕ່ລະປະເທດ, ຈາກນັ້ນບັນດາຝ່າຍສືບຕໍ່ພັດທະນາເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ.
ສອງຝ່າຍກໍ່ຢືນຢັນວ່າ ການຫັນປ່ຽນດ້ານພະລັງງານບໍ່ສາມາດບັນລຸໄດ້ຖ້າພຽງແຕ່ອີງໃສ່ຄວາມມານະພະຍາຍາມສະເພາະຂອງລັດຖະບານ ຫຼື ພາກເອກະຊົນ. ການຮ່ວມມືພາກລັດ - ເອກະຊົນ ແມ່ນຂົວຕໍ່ເພື່ອໃຫ້ສອງຝ່າຍແບ່ງປັນແຫຼ່ງກຳລັງ, ຫຼຸດຜ່ອນຄວາມສ່ຽງ ແລະເປີດກວ້າງຂອບຂະໜາດການຜັນຂະຫຍາຍບັນດາມາດຕະການແກ້ໄຂພະລັງງານແບບຍືນຍົງ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະພັນລະຍາເປັນປະທານງານລ້ຽງລະດັບຊາດຕ້ອນຮັບທ່ານ Emmanuel Macron ປະທານາທິບໍດີຝຣັ່ງ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ສະຖານທູດຝຣັ່ງ ປະຈຳຫວຽດນາມ ໄດ້ຈັດພິທີລົງນາມໃນເອກະສານຮ່ວມມືລະຫວ່າງບັນດາອົງການ, ວິສາຫະກິດສອງປະເທດສະບັບຕ່າງໆຕໍ່ໜ້າການເປັນສັກຂີພິຍານຂອງທ່ານ Eric Lombard, ລັດຖະມົນຕີກະຊວງເສດຖະກິດ, ການເງິນ, ການຫັນເປັນອຸດສາຫະກຳ ແລະດີຈີຕອນຝຣັ່ງ ແລະທ່ານນາງ ຟ້າມທິຖັ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ. ໃນເອກະສານສະບັບຕ່າງໆ ທີ່ໄດ້ຮັບການລົງນາມມີ: ບົດບັນທຶກຊ່ວຍຈໍາລະຫວ່າງອົງການພັດທະນາ ຝຣັ່ງ (AFD) ແລະກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ກ່ຽວກັບບ້ວງກູ້ຢືມໂຄງການເຂື່ອນໄຟຟ້ານໍາຕົກຕາດສະສົມພະລັງງານ ບັກອ໊າຍ ແລະບົດບັນທຶກຊ່ວຍຈໍາລະຫວ່າງ HDF Energy ແລະກຸ່ມບໍລິສັດໄຟຟ້າພາກໃຕ້ກ່ຽວກັບການຮ່ວມມືພັດທະນາໂຄງການຜະລິໄຟຟ້າຈາກໄຮ hydro ບຳບັດ carbon.
* ໃນວັນດຽວກັນ, ທ່ານປະທານາທິບໍດີ Emmanuel Macron ແລະພັນລະຍາ ພ້ອມກັບທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບບັນດານັກສຶກສາມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີ ຮ່າໂນ້ຍ; ແລະໄດ້ດຳເນີນພິທີວາງສີລາລຶກກໍ່ສ້າງໂຮງງານຜະລິດວັກຊິນ ແລະຜະລິດຕະພັນ VNVC - ໂຮງງານຜະລິດວັກຊິນມີຂອບຂະໜາດໃຫຍ່ ແລະທັນສະໄໝທີ່ສຸດຢູ່ຫວຽດນາມ ໃນປະຈຸບັນ, ໄດ້ກຸ່ມບໍລິສັດການຢາ Sanofi ຂອງ ຝຣັ່ງ ຖ່າຍທອດເຕັກໂນໂລຢີໃຫ້.
ໃນໂອກາດຢ້ຽມຢາມ, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມຕັດສິນໃຈນໍາການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.
ໂດຍ: ທະນາພອນ