ການຮ່ວມມືລັດຖະສະພາ ປະກອບສ່ວນເຮັດໃຫ້ການພົວພັນຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ
ກປ.ອອນໄລ - ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ, ວັນທີ 27 ພຶດສະພາ, ທ່ານ ເລມິງຮວານ ຮອງປະທານສະພາແຫ່ງຊາດ ແລະຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ພົບປະສອງຝ່າຍກັບທ່ານ Ivan Melnikov ຮອງປະທານຜູ້ທີໜຶ່ງສະພາຕໍ່າ ສະພາແຫ່ງຊາດສະຫະພັນລັດເຊຍ.
ທ່ານ ເລມິງຮວານ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າທີ່ສະຫະພາບໂຊວຽດ ແລະລັດເຊຍ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ປົກປັກຮັກສາ ແລະສ້າງສາປະເທດ; ເນັ້ນໜັກວ່າ ຫວຽດນາມ ຜັນຂະຫຍາຍນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ ຢ່າງສະເໝີຕົ້ນສະເໝີປາຍ, ໃນນັ້ນຍາມໃດກໍ່ຖືເປັນສຳຄັນການພົວພັນກັບສະຫະພັນລັດເຊຍ ແລະບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.
    |
 |
ທ່ານ ເລມິງຮວານ ຮອງປະທານສະພາແຫ່ງຊາດ (ເບື້ອງຊ້າຍ) ແລະທ່ານ Ivan Melnikov ຮອງປະທານຜູ້ທີໜຶ່ງສະພາຕໍ່າ ສະພາແຫ່ງຊາດສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງຝ່າຍໄດ້ຮັບຮູ້ບັນດາບາດກ້າວສຳຄັນໃນການຮ່ວມມື ຫວຽດນາມ-ສະຫະພັນລັດເຊຍ; ສືບຕໍ່ຢັ້ງຢືນບົດບາດ ແລະການປະກອບສ່ວນສຳຄັນຂອງການຮ່ວມມືລັດຖະສະພາເຂົ້າໃນການປັບປຸງ, ຮັກສາ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ; ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ປັບປຸງຂອບກົດໝາຍໃຫ້ສົມບູນແບບ ແລະສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ວິສາຫະກິດຂອງສອງປະເທດເປີດກວ້າງການຮ່ວມມື, ຊອກຫາກາລະໂອກາດລົງທຶນ, ເຈາະຕະຫຼາດຂອງກັນ. ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມ ແລະຈັດຕັ້ງກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າສະຫະພັນລັດເຊຍ ໃນປີ 2025 ໃຫ້ເປັນຢ່າງດີ, ປະກອບສ່ວນຜັນຂະຫຍາຍ ແລະຫັນວິໄສທັດຂອງການນຳຂັ້ນສູງສອງປະເທດ, ບັນດາຂໍ້ຕົກລົງ ແລະການກໍານົດທິດທີ່ໄດ້ຮັບຮອງເອົາໃນການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ທ່ານ Ivan Melnikov ໄດ້ເຊື້ອເຊີນທ່ານ ເລມິງຮວານ ແລະຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຊົມວາລະກອງປະຊຸມຄົບຄະນະຂອງສະພາຕໍ່າ ສະພາແຫ່ງຊາດສະຫະພັນລັດເຊຍ.
ໂດຍ: ໄຊຊະນະ